ທ່ານ ຫງວຽນຊວນເກື່ອງ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ເຖິງວ່າຖືກຜົນກະທົບຈາກພະຍາດໂຄວິດ-19 ກໍ່ຕາມ ແຕ່ການພົວພັນຫວຽດນາມ-ຈີນ ສືບຕໍ່ຮັກສາທ່າອ່ຽງພັດທະນາ. ປີ 2021 ແມ່ນປີມີຄວາມໝາຍສຳຄັນສຳລັບສອງປະເທດເມື່ອຫວຽດນາມ ຈະຜັນຂະຫຍາຍການປະຕິບັດບັນດາໜ້າທີ່, ເປົ້າໝາຍຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກວາງອອກ; ຈີນ ສໍາເລັດ “ເປົ້າໝາຍ 100 ປີ ຄັ້ງທີໜຶ່ງ” ແລະກະກຽມໃຫ້ການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ.

leftcenterrightdel
ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະຊວງກະສິກຳ ແລະພັດທະນາຊົນນະບົດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນເກື່ອງ ຢັ້ງຢືນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ປາດຖະໜາຢາກພ້ອມກັບ ຈີນ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງເປັນຢ່າງດີ, ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງ ແລະຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດ, ຄວບຄຸມຄວາມບໍ່ລົງລອຍກັນບົນພື້ນຖານເຄົາລົບຜົນປະໂຫຍດອັນສອບທຳຂອງກັນເໝາະສົມກັບກົດໝາຍສາກົນ; ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງດ້ວຍຄວາມມານະພະຍາຍາມລວມຂອງສອງຝ່າຍ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຈະໄດ້ຮັບການປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ ແລະເຂົ້າສູ່ລວງເລິກ.

ໃນບົດກ່າວຄຳເຫັນທີ່ໄດ້ຖ່າຍວິດີໂອ, ທ່ານ ຊຽງບໍ ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ຕີລາຄາສູງບັນດາຜົນສຳເລັດຂອງການພົວພັນສອງປະເທດໃນໄລຍະ 71 ປີ ຜ່ານມາ; ເນັ້ນໜັກວ່າ ປີ 2021 ແມ່ນປີທີ່ມີຄວາມໝາຍສໍາຄັນສໍາລັບສອງປະເທດ, ເພາະສະນັ້ນ, ຈີນ ແລະຫວຽດນາມ ຕ້ອງເພີ່ມທະວີຄວາມສາມັກຄີ, ແບ່ງປັນກາລະໂອກາດ, ພ້ອມກັນປະເຊີນໜ້າກັບບັນດາສິ່ງທ້າທາຍ, ຮ່ວມກັນພັດທະນາ. ທ່ານ ຊຽງບໍ ຢັ້ງຢືນວ່າ ຈີນ ພ້ອມແລ້ວກັບຫວຽດນາມ ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ກຳແໜ້ນທິດທາງພັດທະນາຂອງການພົວພັນສອງພັກ, ສອງລັດ, ຮັກສາການແລກປ່ຽນຂັ້ນສູງ, ເປີດສະຖານະການໃໝ່ ແລະດຳເນີນບັນດາບາດກ້າວສະດວກໃຫ້ການພົວພັນຈີນ-ຫວຽດນາມ ໃນໄລຍະໃໝ່.

ໂດຍ: ແສງເດືອນ