ຈົດໝາຍຂອງສະມາຄົມທົ່ວປະເທດຈີນ ຢືນຢັນວ່າ, ສະມາຄົມທົ່ວປະເທດຈີນ ປາດຖະໜາ ແລະເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ພັກ ແລະປະຊາຊົນຫວຽດນາມ ຈະສືບຕໍ່ສາມັກຄີ, ເພີ່ມທະວີການນໍາພາຂອງພັກ ແລະລະບົບສັງຄົມນິຍົມ ກໍຄືຊຸກຍູ້ພາລະກິດປະຕິຮູບ ແລະເປີດປະຕູຢ່າງຮອບດ້ານ.

ໃນຈົດໝາຍອວຍພອນ, ປະທານສະມາຄົມນັກຂ່າວ ສ.ເກົາຫຼີ ອວຍພອນຫວຽດນາມ ມີອະນາຄົດທີ່ສົດໃສ.

ປະທານສະຫະພັນສື່ມວນຊົນໄທ ແລະສະມາຄົມນັກຂ່າວໄທ ເຊື່ອໝັ້ນວ່າ ເລື່ອງສະຫຼຸບທົບທວນຄືນ 35 ປີແຫ່ງການປະຕິບັດກິດຈະການປ່ຽນແປງໃໝ່, 30 ປີແຫ່ງການປະຕິບັດໂຄງການດໍາເນີນງານສ້າງສາປະເທດຊາດ ກໍ່ຄືວາງອອກບັນດາເປົ້າໝາຍຍຸດທະສາດຮອດປີ 2030, ວິໄສທັດພັດທະນາປະເທດຊາດເຖິງປີ 2045 ຈະນໍາພັກ, ລັດ ແລະປະຊາຊົນຫວຽດນາມ ນັບມື້ນັບພັດທະນາວັດທະນາຖາວອນກວ່າອີກ.

leftcenterrightdel
ປ້າຍໂຄສະນາ ຄໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ  XIII ຂອງພັກກອງມູນິດຫວຽດນາມ. ພາບ: qdnd.vn

ປະທານສະມາຄົມນັກຂ່າວລາວ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ພາຍໃຕ້ການນໍາພາຢ່າງແຮງຂອງພັກກອມມູນິດຫວຽດນາມ, ຫວຽດນາມ ໄດ້ມີຜົນງານພົ້ນເດັ່ນໃນກິດຈະການພັດທະນາປະເທດຊາດ, ຮັກສາທ່າເຕີບໂຕເສດຖະກິດສູງ ໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ-19; ພ້ອມທັງຫວັງວ່າ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຈະນໍາຫວຽດນາມ ຂຶ້ນສູ່ລະດັບພັດທະນາຢ່າງວ່ອງໄວກວ່າອີກ.

ຈົດໝາຍອວຍພອນຂອງສະໂມສອນບັນດານັກຂ່າວກໍາປູເຈຍ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ ແລະສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງ ສະມາຄົມນັກຂ່າວຫວຽດນາມ ແລະສະໂມສອນບັນດານັກຂ່າວກໍາປູເຈຍ ນັບມື້ນັບພັດທະນາ.

ໂດຍ: ທູຈາງ