ກ່ຽວກັບຂັ້ນຕອນກະກຽມບັນດາເອກະສານກອງປະຊຸມໃຫຍ່, ທ່ານ ຮວ່າງບິ່ງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເນັ້ນໜັກວ່າ ຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຂອງພັກຄັ້ງນີ້ໄດ້ສືບທອດ, ເພີ່ມເຕີມ, ພັດທະນາແນວທາງປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາມ ໃນໄລຍະ 35 ປີຜ່ານມາດ້ວຍບັນດາເນື້ອໃນໃໝ່ ແລະຈຸດພົ້ນເດັ່ນສໍາຄັນ, ສະແດງໃຫ້ເຫັນວິໄສທັດ,  ຈິນຕະນາການຍຸດທະສາດ, ຄວາມໃຝ່ຝັນພັດທະນາຂອງຊາດ ແລະຄວາມຕັດສິນໃຈດ້ານການເມືອງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດໃຫ້ໝັ້ນແກ່ນ, ສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ແລະພັດທະນາປະເທດຊາດຢ່າງໄວ ແລະຍືນຍົງ.

leftcenterrightdel
ທ່ານ ຮວ່າງບິ່ງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແຈ້ງຂ່າວກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກເຖິງເພື່ອນມິດສາກົນ. ພາບ: thanhnien.vn.

ກ່ຽວກັບວຽກງານບຸກຄະລາກອນ, ທ່ານ ຮວ່າງບິ່ງກວນ ໃຫ້ຮູ້ວ່າ ພັກກອມມູນິດຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານພະນັກງານ, ຖືນີ້ແມ່ນຂອດ “ກຸນແຈ” ຂອງໜ້າທີ່ “ກຸນແຈ”. ວຽກງານກະກຽມບຸກຄະລາກອນຄະນະບໍລິຫານງານສູນກາງຊຸດໃໝ່ ໄດ້ຮັບການກະກຽມຢ່າງລະອຽດລະອໍ, ຮອບຄອບ, ແໜ້ນແຟ້ນ, ປະຕິບັດເທື່ອລະກ້າວ, ແຕ່ລະວຽກ, ແຕ່ລະຂອດ, ຮັບປະກັນປະຊາທິປະໄຕ, ພາວະວິໄສ, ທ່ຽງທຳ, ຖືກຕາມຂັ້ນຕອນບຸກຄະລາກອນທີ່ໄດ້ວາງອອກ.

ບັນດາເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວບັນດາປະເທດປະຈໍາຫວຽດນາມ ເຊື່ອໝັ້ນວ່າ ດ້ວຍການກະກຽມຢ່າງລະອຽດລະອໍ, ຮອບຄອບທັງດ້ານການຈັດຕັ້ງ ແລະເນື້ອໃນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ, ວາງອອກແນວທາງ, ນະໂຍບາຍໃຫ້ໄລຍະພັດທະນາໃໝ່, ສືບຕໍ່ນໍາພາປະເທດຊາດ ແລະປະຊາຊົນຫວຽດນາມ ບັນລຸໄດ້ຜົນງານສໍາຄັນຫຼາຍຢ່າງໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ