ຄືແນວນັ້ນ, ກອງປະຊຸມຄັ້ງທີ 15, ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ສິ້ນສຸດລົງໄວກວ່າມື້ເຄິ່ງເມື່ອທຽບໃສ່ກັບແຜນການ. ບັນດາຜູ້ແທນໄດ້ເຮັດວຽກ ດ້ວຍຈິດໃຈຮີບເຮັ່ງ, ເຂັ້ມງວດ, ປະຊາທິປະໄຕ, ມີຄວາມຮັບຜິດຊອບສູງ ແລະມີບັນຍາກາດເບີກບານມ່ວນຊື່ນ, ໄວ້ເນື້ອເຊື່ອໃຈ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ກ່າວຄຳເຫັນອັດກອງປະຊຸມ. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງພັກ ໄດ້ສຸມໃສ່ປຶກສາຫາລື ແລະລົງຄະແນນສຽງຮັບຮອງເອົາບັນຊີລາຍຊື່ບຸກຄະລາກອນສະເໜີເພີ່ມເຕີມບາງສະຫາຍເຂົ້າຮ່ວມຄະນະບໍລິຫານງານສູນກາງພັກ ສະໄໝທີ XIII ເປັນຄັ້ງທໍາອິດ, ເພີ່ມເຕີມບາງສະຫາຍກຳມະການສູນກາງພັກ ສະໄໝທີ XII ໃນກໍລະນີ “ພິເສດ” ໄດ້ຮັບເລືອກຕັ້ງ ສະໄໝທີ XIII ຄືນໃໝ່ ແລະບາງສະຫາຍເປັນຄັ້ງທຳອິດໃນກໍລະນີ “ພິເສດ” ເຂົ້າເປັນກຳມະການສູນກາງພັກຢ່າງເປັນທາງການ; ຮັບຮອງເອົາບຸກຄະລາກອນກຳມະການກົມການເມືອງສະໄໝທີ XII ໃນກໍລະນີ “ພິເສດ" ໄດ້ຮັບເລືອກຕັ້ງ ສະໄໝທີ XIII ຄືນໃໝ່ ແລະບັນຊີລາຍຊື່ສະເໜີບຸກຄະລາກອນເຂົ້າຕຳແໜ່ງການນຳຫຼັກແຫຼ່ງຂອງພັກ ແລະລັດ ສະໄໝທີ XIII ດ້ວຍຄະແນນສຽງເຫັນດີສູງ.

ຄະນະບໍລິຫານງານສູນກາງພັກ ກໍ່ປຶກສາຫາລື ແລະເຫັນດີສູງຕໍ່ໃບຍື່ນສະເໜີຂອງກົມການເມືອງກ່ຽວກັບບັນຊີລາຍຊື່ຄາດຄະເນຄະນະປະທານ, ຄະນະເລຂາ ແລະຄະນະກວດກາຄຸນລັກສະນະຜູ້ແທນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ. ພ້ອມກັນນັ້ນ, ສູນກາງຮັບຮອງເອົາບັນດາບົດລາຍງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ  XII ກ່ຽວກັບບັນດາເອກະສານທີ່ຈະຍືນສະເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XIII, ປະກອບຄໍາເຫັນໃສ່ບົດລາຍງານສະຫຼຸບວຽກງານການເງິນຂອງພັກ ອາຍຸການ 2016-2020... ຄືແນວນັ້ນ, ໄລ່ຮອດປະຈຸບັນ, ຄະນະບໍລິຫານງານສູນກາງພັກ ໄດ້ເຮັດສຳເລັດທຸກວຽກງານກະກຽມກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກເປັນທີ່ຮຽບຮ້ອຍແລ້ວ.

ໂດຍ: ແສງເດືອນ