leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: vov.vn

ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຈີນ (18-1-1950 / 18-1-2021), ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ; ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ສົ່ງສານຊົມເຊີຍເຖິງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ; ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນ; ທ່ານ ລີ ຈ້ານຊູ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດຈີນ.

ເນື່ອງໃນໂອກາດນີ້, ທ່ານ ຟ້າມບິ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ປະທານຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍຫວຽດນາມ-ຈີນ ກໍ່ໄດ້ສົ່ງສານຊົມເຊີຍເຖິງທ່ານ ຫວັງ ອີ້, ລັດຖະມົນຕີກະຊວງການຕ່າງປະເທດຈີນ, ປະທານຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍຈີນ-ຫວຽດນາມ .

ໂດຍ: ທະນາພອນ