ເພື່ືອຫັນການເຊື່ອມຈອດມີຄວາມໝາຍລະຫວ່າງຫວຽດນາມ ແລະສ. ເກົາຫຼີ ໃຫ້ປະກົດຜົນເປັນຈິງ, ມຸ່ງໄປເຖິງບັນລຸປະສິດທິຜົນສູງສຸດ, ສະມາຄົມວິສາຫະກິດ ແລະລົງທຶນຫວຽດນາມ-ສ.ເກົາຫຼີ (VKBIA), ບໍລິສັດຫູ້ນສ່ວນກຸ່ມບໍລິສັດ VKBIA ແລະ Yongsan (ເຊີອູນ-ສ.ເກົາຫຼີ) ໄດ້ລົງນາມຂໍ້ຕົກລົງຮ່ວມມືຮອບດ້ານກ່ຽວກັບການສົມທົບກັນໂຄສະນາ, ດຶງດູດສົ່ງເສີມການລົງທຶນ, ຮ່ວມມືດໍາເນີນທຸລະກິດ ແລະແຮກສ່ຽວທ້ອງຖິ່ນດ້ວຍຫຼາຍເນື້ອໃນ ແລະໂຄງການຮ່ວມມືລະອຽດ. ບັນດາຝ່າຍໄດ້ເຫັນດີເປັນເອກະພາບກໍານົດທິດຮ່ວມມືດໍາເນີນທຸລະກິດບົນພື້ນຖານຂຸດຄົ້ນທ່າແຮງຂອງບັນດາຝ່າຍເພື່ອຊຸກຍູ້ກາລະໂອກາດຮ່ວມມືລົງທຶນ, ເຊື່ອມຈອດດ້ານການຄ້າ ຫວຽດນາມ-ສ.ເກົາຫຼີ, ຮ່ວມກັນພັດທະນາດໍາເນີນທຸລະກິດຢູ່ຕະຫຼາດຫວຽດນາມ ແລະສ.ເກົາຫຼີ, ຮ່ວມຊອກຫາບັນດາກາລະໂອກາດພັດທະນາຢູ່ຕະຫຼາດອື່ນໃນໂລກ.

leftcenterrightdel
ພີທີລົງນາມຂໍ້ຕົກລົງລະຫວ່າງຫວຽດນາມ ແລະສ.ເກົາຫຼີ. ພາບ: vov.vn.

ເພື່ອບໍາລຸງສ້າງ ແລະກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເນື່ອງໃນໂອກາດນີ້, VKBIA, ບໍລິສັດຫູ້ນສ່ວນກຸ່ມບໍລິສັດ VKBIA ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງຮ່ວມມືໃນຂົງເຂດບໍາລຸງສ້າງວິຊາຊີບ ແລະວຽກເຮັດງານທໍາກັບວິທະຍາໄລເຕັກນິກເຕັກໂນໂລຢີບິ່ງດິ້ງ ແລະວິທະຍາໄລບິ່ງດ້ິງ ເພື່ອບໍາລຸງສ້າງຊັບພະຍາກອນມະນຸດທີ່ມີລະດັບຄວາມຮູ້, ມີສີມືແຮງງານ ແລະມີຄວາມເຂົ້າໃຈກ່ຽວກັບວັດທະນະທໍາ, ພາສາ... ທີ່ເຂດແຄມທະເລພາກກາງ, ສະໜອງຊັບພະຍາກອນມະນຸດທີ່ເຮັດວຽກຢູ່ບັນດາວິສາຫະກິດ FDI, ວິສາຫະກິດອຸດສາຫະກໍາສໍາຮອງ, ວິສາຫະກິດຜະລິດ ແລະບັນດາຂົງເຂດເຊິ່ງສັງຄົມມີຄວາມຕ້ອງການ.

ໂດຍ: ເກື່ອງດັ້ງ