leftcenterrightdel
ລັດຖະບານອິນເດຍ ໜູນຊ່ວຍປະຊາຊົນພາກກາງຫວຽດນາມ ທີ່ໄດ້ຮັບຜົນສະທ້ອນຈາກໄພນໍ້າຖ້ວມ. ພາບ: baoquocte.vn.

ທ່ານ Pranay Verma ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະແບ່ງປັນຄວາມເສຍຫາຍທາງດ້ານຊີວິດ ແລະຊັບສິນຍ້ອນພາຍຸ ແລະນໍ້າຖ້ວມກໍ່ຂຶ້ນຢູ່ບັນດາແຂວງພາກກາງຂອງຫວຽດນາມ; ຫວັງວ່າເຄື່ອງໃຊ້ສ່ວນຕົວ 3000 ຊຸດທີ່ລັດຖະບານອິນເດຍ ຊ່ວຍເຫຼືອຈະປະກອບສ່ວນຊ່ວຍໃຫ້ປະຊາຊົນພາກກາງຫວຽດນາມ ຜ່ານຜ່າຄວາມຫຍຸ້ງຍາກ ແລະມີຊີວິດການເປັນຢູ່ເປັນປົກກະຕິໂດຍໄວ.

ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ຕີລາຄາສູງຕໍ່ການກະທຳອັນສູງສົ່ງ ເຊິ່ງລັດຖະບານ ແລະປະຊາຊົນອິນເດຍ ມີຕໍ່ລັດຖະບານ ແລະປະຊາຊົນຫວຽດນາມ, ເຊື່ອໝັ້ນວ່າການກະທຳແບ່ງທຸກແບ່ງສຸກນີ້ຈະເຮັດໃຫ້ອາລົມຈິດຄວາມຮັກແພງທີ່ສະໜິດສະໜົມ, ຕິດພັນລະຫວ່າງສອງປະເທດເລິກເຊິ່ງກວ່າອີກ.

ໂດຍ: ທະນາພອນ