ກອງປະຊຸມໄດ້ຄັດເລືອກເອົາຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ ສະໄໝທີ XI ປະກອບມີກໍາມະການສົມບູນສູນກາງພັກ 71 ສະຫາຍ, ໃນນັ້ນມີເພດຍິງ 12 ສະຫາຍ ແລະກໍາມະການສໍາຮອງສູນກາງພັກ 10 ສະຫາຍ, ໃນນັ້ນມີເພດຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກໍໄດ້ເປັນເອກະສັນກັນຢ່າງສົມບູນເລືອກຕັ້ງສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ເລືອກຕັ້ງກົມການເມືອງສູນກາງພັກ ປະກອບມີ 13 ສະຫາຍ, ເລືອກຕັ້ງຄະນະເລຂາທິການສູນກາງພັກ ປະກອບມີ 09 ສະຫາຍ; ເລືອກຕັ້ງເອົາສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະເລືອກຕັ້ງເອົາຄະນະກວດກາສູນກາງພັກ ປະກອບມີ 07 ສະຫາຍ. ນີ້ແມ່ນບັນດາສະຫາຍທີ່ດີເດັ່ນທີ່ຕາງໜ້າໃຫ້ສະມາຊິກພັກໃນທົ່ວປະເທດກວ່າ 350.000 ຄົນ ເຊິ່ງມີມາດຖານ ແລະເງື່ອນໄຂຄົບຖ້ວນເພື່ອແບກຫາບພາລະໜ້າທີ່ອັນສູງສົ່ງ ແລະໜັກໜ່ວງ ເຊິ່ງພັກ ແລະປະຊາຊົນລາວ ບັນດາເຜົ່າມອບໝາຍໃຫ້.

leftcenterrightdel
ບັນດາຜູ້ແທນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ຄັ້ງທີ XI  ພັກ ປະຊາຊົນ ປະຕິວັດ ລາວ. ພາບ:  lnr.org.la

ກ່າວຄໍາເຫັນອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດ ລາວ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ ສະໄໝທີ XI ຢັ້ງຢືນວ່າ, ປະເທດ ລາວ ກໍາລັງຢືນຢູ່ຕໍ່ໜ້າກາລະໂອກາດອັນໃຫຍ່ຫຼວງ ເພື່ອກ້າວສູ່ການພັດທະນາວັດທະນາຖາວອນ, ແຕ່ກໍ່ປະເຊີນໜ້າກັບບັນດາສິ່ງທ້າທາຍນາໆປະການ, ຕໍ່ໜ້າສະພາບການນັ້ນ, ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນລາວທັງຊາດ ຍາມໃດກໍຢຶດໝັ້ນລັດທິມາດ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະແນວທາງປ່ຽນແປງໃໝ່ຮອບດ້ານ ແລະມີຫຼັກການ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ພິທີອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI  ພັກ ປະຊາຊົນ ປະຕິວັດ ລາວ. ພາບ:  lnr.org.la.

ຕາມສະຫາຍ ທອງລຸນ ສີສຸລິດ ແລ້ວ, ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດ ລາວ ໄດ້ປຶກສາຫາລື ແລະເຫັນດີເປັນເອກະສັນຮັບຮອງເອົາບັນດາເອກະສານທີ່ສໍາຄັນ, ມີຄວາມໝາຍຍຸດທະສາດຕໍ່ກັບການພັດທະນາປະເທດລາວ, ປະກອບມີ: ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ X; ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (ໄລຍະ 2021-2025); ກົດລະບຽບຂອງພັກສະບັບປັບປຸງ ແລະວາງອອກຄາດໝາຍ, ທິດທາງໜ້າທີ່ໃນການຈັດຕັ້ງປະຕິບັດນັ້ນແມ່ນພື້ນຖານສໍາຄັນທີ່ສຸດໃຫ້ແກ່ການເຄື່ອນໄຫວນໍາພາຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

ເພື່ອປົກປ້ອງບັນດາໝາກຜົນ ແລະສືບຕໍ່ຍາດໄດ້ຜົນສໍາເລັດໃນໄລຍະຈະມາເຖິງ, ສະຫາຍ ທອງລຸນ ສີສຸລິດ ຮຽກຮ້ອງໃຫ້ທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນລາວທັງຊາດ ຮ່ວມແຮງຮ່ວມໃຈກັນ, ເສີມຂະຫຍາຍກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນທັງຊາດ, ຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ, ຕັດສິນໃຈປະຕິບັດສໍາເລັດບັນດາຈຸດໝາຍ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມ, ຈັດຕັ້ງປະຕິບັດສໍາເລັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ທີ່ວາງອອກ, ປະກອບສ່ວນຍົກສູງຖານະທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດລາວ ບົນເວທີສາກົນ ແລະພາກພື້ນ.

ໂດຍ: ໄຊຊະນະ