ທ່ີກອງປະຊຸມຂ່າວ, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: “​ໂດຍ​ໄດ້​ຮັບ​ຄໍາ​ເຊີນຂອງທ່ານ Dato Erywan Pehin Yusof ລັດຖະມົນຕີຜູ້ທີສອງກະຊວງການຕ່າງປະເທດບຣູໄນ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຈະເຂົ້າຮ່ວມກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ ທີ່ດໍາເນີນໃນວັນທີ 21 ມັງກອນ 2021 ຜ່ານລະບົບທາງໄກ”.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ແມ່ນກອງປະຊຸມຂ່າວສໍາຄັນທໍາອິດຂັ້ນລັດຖະມົນຕີທີ່ເປີດສາກໃຫ້ປີເປັນປະທານອາຊຽນ 2021 ຂອງບຣູໄນ ດ້ວຍຫົວຂໍ້ “ຮ່ວມເອົາໃຈໃສ່, ຮ່ວມກະກຽມ, ຮ່ວມວັດທະນາຖາວອນ”.

ທີ່ກອງປະຊຸມຄັ້ງນີ້, ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ຈະແລກປ່ຽນຫຼາຍເນື້ອໃນສໍາຄັນ, ລວມມີ: ຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ທີ່ດໍາເນີນໃນເດືອນພະຈິກ 2020 ຢູ່ຮ່າໂນ້ຍ, ເຫັນດີເປັນເອກະພາບບັນດາຈຸດສຸມ ແລະບູລິມະສິດຂອງອາຊຽນໃນປີ 2021, ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງການພົວພັນຕ່າງປະເທດຂອງອາຊຽນ, ກໍ່ຄືບັນດາບັນຫາຢູ່ພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ໂດຍ: ເກື່ອງດັ້ງ