ສະຫຼຸບການເຮັດວຽກ, ທ່ານ ຫງວຽນຊວນຟຸກ ຕີລາຄາສູງບັນດາຜົນງານສໍາຄັນຂອງແຂວງບິ່ງເຟືອກ, ດ້ວຍວິທີການເຮັດວຽກໃໝ່ໃນການຜັນຂະຫຍາຍການປະຕິບັດບັນດາມະຕິຂອງພັກ ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມສໍາເລັດຜົນໃນປີ 2020 ເຊິ່ງແມ່ນປີທີ່ທັງປະເທດປະສົບກັບຄວາມຫຍຸ້ງຍາກນາໆປະການ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: vov.vn.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີແຂວງບິ່ງເຟືອກ ຕ້ອງມຸ່ງໄປເຖິງກໍ່ສ້າງພື້ນຖານກະສິກໍາອົງຄະທາດ, ຮັບປະກັນຂັ້ນຕອນການຜະລິດປຸງແຕ່ງຈໍາໜ່າຍ, ສ້າງມູນຄ່າເພີ່ມໃຫຍ່, ສືບຕໍ່ເສີມຂະຫຍາຍບົດບາດແມ່ນສູນພະລັງງານໃຫຍ່ຂອງທົ່ວປະເທດ, ສ້າງບາດກ້າວບຸກທະລຸໃນການຮ່ວມສໍາພັນເຂດ, ເພື່ອຮັກສາບົດບາດສໍາຄັນກວ່າອີກໃນແລວທາງເສດຖະກິດໃໝ່.

ໄປຄຽງຄູ່ກັນນັ້ນແມ່ນຕ້ອງສຸມໃສ່ຄົ້ນຄວ້າພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ບັນດາບັນຫາກ່ຽວກັບຊົນລະປະທານຮັບປະກັນຄວາມໝັ້ນຄົງຊັບພະຍາກອນນໍ້າ. ແຂວງບິ່ງເຟືອກ ກໍ່ຕ້ອງສຸມໃສ່ປຸກລະດົມທຸກແຫຼ່ງກໍາລັງໃນສັງຄົມເພື່ອປະຕິບັດບັນດາໂຄງການຈຸດສຸມ, ພ້ອມກັນນັ້ນແມ່ນມານະພະຍາຍາມປັບປຸງສະພາບແວດລ້ອມການລົງທຶນ, ການດຳເນີນທຸລະກິດ, ແກ້ໄຂບັນຫາແຮງງານທີ່ມີຄຸນນະພາບສູງເພື່ອໃຫ້ປະຊາຊົນທ້ອງຖິ່ນໄດ້ຮັບຜົນປະໂຫຍດຈາກຜົນແຫ່ງການພັດທະນາເສດຖະກິດ-ສັງຄົມ.

ໂດຍ: ເກື່ອງດັ້ງ