ເຂົ້າຮ່ວມພິທີມອບລາງວັນດັ່ງກ່າວມີບັນດາສະຫາຍການນໍາພັກ, ລັດ, ລັດຖະບານ, ຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນກ່ຽວຂ້ອງຕ່າງໆ...

ເຂົ້າຮ່ວມງານປະກວດປີນີ້ມີບົດປະພັນ 1.710 ບົດ. ບັນດາບົດປະພັນດັ່ງກ່າວທີ່ຂຽນກ່ຽວກັບພັກ ແລະວຽກງານກໍ່ສ້າງພັກໃນປີນີ້ໄດ້ໃກ້ຊິດຕິດແທດກັບບັນຫາຮ້ອນເຮັ່ງ, ເຫດການພົ້ນເດັ່ນ, ສ່ອງແສງລາຍງານບັນຫາທີ່ດຶງດູດຄວາມສົນໃຈຂອງທົ່ວສັງຄົມຢ່າງທັນການ, ຄື: ວຽກງານຊີ້ນໍານໍາພາ, ກະກຽມ ແລະຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນກ້າວໄປເຖິງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ການປ້ອງກັນ, ຕ້ານພະຍາດໂຄວິດ-19; ການຫຼີກລ້ຽງ, ແກ້ໄຂຜົນຮ້າຍຢ້ອນຫຼັງຂອງໄພທໍາມະຊາດ, ນໍ້າຖ້ວມ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ມອບລາງວັນພິເສດໃຫ້ກຸ່ມນັກປະພັນທີ່ມາຈາກສໍານັກຮູບເງົາເອກະສານໜັງສືພິມປະຊາຊົນ. ພາບ: qdnd.vn.

ຄະນະກຳມະການໃຫ້ຄະແນນຮອບຊິງຊະນະເລີດ ໄດ້ຄັດເລືອກເອົາບົດປະພັນເພື່ອມອບລາງວັນພິເສດ 1 ລາງວັນ, ລາງວັນ A 5 ລາງວັນ, ລາງວັນ B 10 ລາງວັນ, ລາງວັນ C 16 ລາງວັນ, ລາງວັນຊົມເຊີຍ 27 ລາງວັນ. ໜັງສືພິມກອງທັບປະຊາຊົນ ຍາດໄດ້ 1 ລາງວັນ C  ແລະ 3 ລາງວັນຊົມເຊີຍ.

ໂດຍ: ທູຈາງ