ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານນາງ ຫງວຽນທິກິມເງິນ ຕີລາຄາສູງໝາກຜົນການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດນະຄອນເກີນເທີ ຊຸດທີ XIV.

ທ່ານນາງ ຫງວຽນທິກິມເງິນ ຢັ້ງຢືນວ່າ ການພັດທະນາຂອງສະພາແຫ່ງຊາດຫວຽດນາມ ແມ່ນຂະບວນການສືບທອດຢ່າງຕໍ່ເນື່ອງ, ປ່ຽນແປງໃໝ່ ແລະປັບປຸງການຈັດຕັ້ງ ແລະການເຄື່ອນໄຫວຢ່າງບໍ່ຢຸດຢັ້ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ຂອງແຕ່ລະໄລຍະການປະຕິວັດ. ການເຄື່ອນໄຫວນິຕິບັນຍັດ ນັບມື້ນັບມີເນື້ອແທ້ດ້ວຍຄຸນນະພາບນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ແກ້ໄຂຫຼາຍບັນຫາໃນຊີວິດສັງຄົມດ້ວຍບັນດາກົດໝາຍໃຫຍ່, ມີຄວາມໝາຍສໍາຄັນ. ສະພາແຫ່ງຊາດ ກໍ່ມີການປ່ຽນແປງໃໝ່ຫຼາຍຢ່າງໃນການເຄື່ອນໄຫວຊັກຖາມ, ຮັບປະກັນຄຸນນະພາບ, ປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ພັດທະນາປະເທດຊາດ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ຖ່າຍຮູບເປັນທີ່ລະນຶກກັບບັນດາສະມາຊິກສະພາແຫ່ງຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ໄລຍະແຕ່ນີ້ຮອດທ້າຍອາຍຸການຂອງສະພາແຫ່ງຊາດຊຸດທີ XIV ແມ່ນບໍ່ຫຼາຍ, ທ່ານນາງ ຫງວຽນທິກິມເງິນ ໃສ່ໃຈວ່າ  ຄະນະສະມາຊິກສະພາແຫ່ງຊາດນະຄອນເກີນເທີ ຕ້ອງເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວ; ສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນໃຫ້ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດຊຸດທີ XIV; ເປັນເຈົ້າການສົມທົບກັບບັນດາຂະແໜງການ, ທຸກຂັ້ນກະກຽມທຸກດ້ານຢ່າງຮອບຄອບຖີ່ຖ້ວນ, ຈັດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021-2026 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ...

ໂດຍ: ທະນາພອນ