leftcenterrightdel
ລາຍການສະແດງສິລະປະທີ່ພິທີ. ພາບ: qdnd.vn.

ທີ່ພິທີ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນມູນເຊື້ອຂອງການພົວພັນ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ຍືນຍົງຍາວນານ” ລະຫວ່າງຫວຽດນາມ ແລະກໍາປູເຈຍ. ບັນດາຜູ້ແທນກໍ່ຢັ້ງຢືນວ່າໝາກຜົນອັນໃຫຍ່ຫຼວງໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດຂອງສອງຊາດ ເຊິ່ງໄຊຊະນະເມື່ອວັນທີ 7 ມັງກອນ 1979 ໄດ້ໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot - Ieng Sary ແມ່ນພະຍານຫຼັກຖານຂອງຈິດໃຈສາມັກຄີສາກົນທີ່ບໍລິສຸດຜຸດຜ່ອງຢ່າງສົມບູນລະຫວ່າງສອງຊາດຫວຽດນາມ-ກໍາປູເຈຍ. ດ້ວຍໄຊຊະນະເມື່ອວັນທີ 7 ມັງກອນ 1979, ສາຍພົວພັນລະຫວ່າງຫວຽດນາມ-ກໍາປູເຈຍ ໄດ້ຫັນປ່ຽນໄປສູ່ໄລຍະໃໝ່-ໄລຍະຟື້ນຟູ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດໂດຍອີງໃສ່ຫຼັກການສັນຕິພາບ, ເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງກັນ, ເຄົາລົບຜົນປະໂຫຍດອັນຊອບທໍາຂອງກັນເພື່ອການພັດທະນາ ແລະຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.

leftcenterrightdel
ທ່ານ Chay Navuth ເອກອັກຄະລັດຖະທູດກໍາປູເຈຍ ປະຈໍາຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີ, ທ່ານ Chay Navuth ເອກອັກຄະລັດຖະທູດກໍາປູເຈຍ ປະຈໍາຫວຽດນາມ ໄດ້ສະແດງອາລົມຈິດຄວາມຮັກແພງ ແລະສົ່ງຄໍາຂອບອົກຂອບໃຈຢ່າງເລິກເຊິ່ງມາຍັງລັດຖະບານ, ປະຊາຊົນ, ອະດີດທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ທີ່ໄດ້ມີການກະທໍາສາກົນອັນສູງສົ່ງຊ່ວຍປົດປ່ອຍປະຊາຊົນກໍາປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ຂະເມນແດງໂດຍພວກ Pol Pot - Ieng Sary ນໍາໜ້າ.

ທ່ານກໍ່ຢ້ັງຢືນວ່າໄຊຊະນະອັນຍິ່ງໃຫຍ່ນີ້ໄດ້ເປີດອອກສັງກາດໃໝ່ໃນປະຫວັດສາດກໍາປູເຈຍ, ສິ້ນສຸດສົງຄາມອະທໍາໂດຍພວກ Pol Pot - Ieng Sary ກໍ່ຂຶ້ນ, ສົງຄາມໄປຝືນກັບຜົນປະໂຫຍດຂອງຊາດ, ທໍາລາຍນໍ້າໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນກໍາປູເຈຍ ແລະຫວຽດນາມ.

ໂດຍ: ທູຈາງ