ກອງປະຊຸມ AMMTC 14 ໄດ້ດໍາເນີນໃນລະຫວ່າງວັນທີ 25 – 26 ພະຈິກ ຜ່ານລະບົບທາງໄກ. ນີ້ແມ່ນເຫດການຮ່ວມມືສາກົນສໍາຄັນໂດຍກະຊວງຕໍາຫຼວດຫວຽດນາມ ເປັນປະທານໃນປີຫວຽດນາມ ເປັນປະທານອາຊຽນ 2020. ຕໍ່ໜ້າບັນດາສິ່ງທ້າທາຍຂອງພະຍາດໂຄວິດ-19 ເຖິງສຸຂະພາບຂອງປະຊາຄົມ ແລະການຄົມມະນາຄົມສາກົນ, ກະຊວງຕໍາຫຼວດຫວຽດນາມ ໄດ້ປຶກສາຫາລືກັບບັນດາປະເທດອາຊຽນ ແລະຕົກລົງເຫັນດີຈັດຂຶ້ນກອງປະຊຸມຜ່ານລະບົບທາງໄກຄັ້ງທໍາອິດໃນປະຫວັດສາດຂອງ AMMTC.

leftcenterrightdel
ທ່ານພົນຈັດຕະວາ ເລເຕິ໋ນເຕິ໊ຍ ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ພິທີໄຂກອງປະຊຸມ AMMTC 14 ໄດ້ດໍາເນີນໃນວັນທີ 26 ພະຈິກ. ພາຍຫຼັງພິທີໄຂແມ່ນວາລະປະຊຸມຄົບຄະນະຂອງກອງປະຊຸມໂດຍທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ (ຫົວໜ້າ AMMTC ຫວຽດນາມ) ເປັນປະທານ.

ກອງປະຊຸມ AMMTC 14 ໄດ້ຈັດຂຶ້ນເພື່ອແນໃສ່ປະຕິບັດພັນທະ ແລະຄວາມຮັບ ຜິດຊອບຂອງຫວຽດນາມ ໃນອາຊຽນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປີປະທານອາຊຽນ 2020 ຂອງຫວຽດນາມ; ຢັ້ງຢືນບົດບາດ, ຄວາມຮັບຜິດຊອບສາກົນ, ຄຳໝັ້ນສັນຍາດ້ານການເມືອງຢ່າງແຮງ ແລະຄວາມເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ ໃນການຮ່ວມມືກັບສາກົນກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ.

ໂດຍ: ທະນາພອນ