ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຫງວຽນເຟືອງງາ ປະທານ VUFO ເນັ້ນໜັກວ່າ ໃນໄລຍະປະຕິບັດງານຢູ່ຫວຽດນາມ, ທ່ານນາງ Lianys Torres Rivera ໄດ້ມີຫຼາຍກິດຈະກໍາຢ່າງຕັ້ງໜ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ, ຄື: ເສດຖະກິດ, ວັດທະນະທໍາ, ສາທາລະນະສຸກ, ການສຶກສາກໍ່ຄືໃນການພົບປະແລກປ່ຽນ ແລະການຮ່ວມມືລະຫວ່າງບັນດາວິສາຫະກິດ, ບັນດາອົງການຈັດຕັ້ງປະຊາຊົນ.

leftcenterrightdel
ທ່ານນາງ ຫງວຽນເຟືອງງາ ມອບຫຼຽນກາລະນຶກໃຫ້ທ່ານນາງ Lianys Torres Rivera. ພາບ: qdnd.vn.

ທ່ານນາງ ຫງວຽນເຟືອງງາ ປະທານ VUFO ສະແດງຄວາມເຊື່ອໝັ້ນວ່າໃນຕໍ່ໜ້າ, ເຖິງວ່າຢູ່ໃນຕໍາແໜ່ງໃດກໍ່ຕາມ, ທ່ານນາງ Lianys Torres Rivera ຍັງຈະມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການປັບປຸງ, ພັດທະນາຄວາມສາມັກຄີ, ມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະກູບາ.

ສະແດງຄວາມປິຕິຊົມຊື່ນເມື່ອເປັນກຽດໄດ້ຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນຊາດ” - ຂອງຂວັນອັນສູງສົ່ງທີ່ສຸດຂອງ VUFO, ທ່ານນາງ Lianys Torres Rivera ໄດ້ຫວນຄືນບັນດາຄວາມຊົງຈໍາໃນໄລຍະທີ່ປະຕິບັດງານຢູ່ຫວຽດນາມ, ພ້ອມກັນນັ້ນກໍ່ໄດ້ເນັ້ນໜັກກ່ຽວກັບຄວາມສາມັກຄີລະຫວ່າງສອງປະເທດໃນສະພາບທີ່ພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນໃນທົ່ວໂລກ.

ທ່ານນາງ Lianys Torres Rivera ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງກູບາ ແລະຫວຽດນາມ ເວົ້າລວມ, ລະຫວ່າງ VUFO ແລະສະຖານທູດກູບາ ປະຈໍາ ຫວຽດນາມເວົ້າສະເພາະ ຈະສືບຕໍ່ໄດ້ຮັບການຮັດແໜ້ນ, ພັດທະນາໃນໄລຍະຈະມາເຖິງ.

ໂດຍ: ທະນາພອນ