ທີ່ກອງປະຊຸມ, ບັນດາການນໍາຈີ 20 ເນັ້ນໜັກວ່າ ພະຍາດໂຄວິດ-19 ໄດ້ເຮັດໃຫ້ບັນດາຄວາມມານະພະຍາຍາມແກ້ໄກສະພາບທຸກຍາກອຶດຫິວ, ຂາດຄວາມສະເໝີພາບ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂ ສະພາບຊຸດໂຊມຂອງສິ່່ງແວດລ້ອມ, ພັດທະນາແບບຍືນຍົງນັບມື້ນັບມີຄວາມຈຳເປັນ ແລະຮີບດ່ວນ. ບັນດາປະເທດເຂົ້າຮ່ວມສັນຍາ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢັ້ງຢືນຄໍາໝັ້ນສັນຍາປະຕິບັດສັນຍາຢ່າງຄົບຖ້ວນ, ໃນນັ້ນ ບັນດາປະເທດພັດທະນາປຸກລະດົມເງິນ 100 ຕື້ໂດລາສະຫະລັດໃນແຕ່ລະປີເພື່ອໜູນຊ່ວຍບັນດາປະເທດກໍາລັງພັດທະນາຜັນຂະຫຍາຍສັນຍາ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມສຸດຍອດຈີ20 ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ເພື່ອຜ່ານຜ່າສິ່ງທ້າທາຍ, ບັນດາປະເທດຕ້ອງສາມັກຄີກັນ, ສ້າງຄວາມໄວ້້ເນື້ອເຊື່ອໃຈ, ຮ່ວມມື ແລະແບ່ງປັນຄວາມຮັບຜິດຊອບລວມຢ່າງຈິງໃຈ, ເພື່ອມຸ່ງໄປເຖິງການພັດທະນາແບບຍືນຍົງ, ກວມລວມ ແລະບໍ່ປະໃຫ້ປະເທດ ແລະປະຊາຊົນຄົນໃດຖືກຕົກຢູ່ເບື້ອງຫຼັງ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ຈີ20 ພ້ອມດ້ວຍການຮ່ວມມືຂອງ ສປຊ, WB, IMF, WTO...  ຕ້ອງຕັ້ງໜ້າສ້າງພື້ນຖານພັດທະນາໃໝ່, ຄືຫັນປ່ຽນພື້ນຖານເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ການເຕີບໂຕສີຂຽວ... ເພື່ອຜ່ານຜ່າສິ່ງທ້າທາຍ ແລະຮັດແຄບຊ່ອງຫວ່າງພັດທະນາລະຫວ່າງບັນດາປະເທດ.

ທ່ານນາຍົກລັດຖະມົນຕີ ສະເໜີບັນດາປະເທດ ຈີ 20 ໜູນຊ່ວຍດ້ານການເງິນ ແລະເຕັກໂນໂລຢີໃຫ້ບັນດາປະເທດກໍາລັງພັດທະນາປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຜ່ານການເຂົ້າຮ່ວມລະບົບສະໜອງທ່ົວໂລກ, ສໍາຜັດຕະຫຼາດ ແລະບັນດາແຫຼ່ງທຶນກູ້ຢືມພິເສດຢ່າງມີປະສິດທິຜົນ...

ທ່ານນາຍົກລັດຖະມົນຕີຢືນຢັນຄໍາໝັ້ນສັນຍາຂອງຫວຽດນາມ ໃນການຜັນຂະຫຍາຍຂໍ້ຕົກລົງປາຣີ, ມານະພະຍາຍາມຫຼຸດຜ່ອນ 9% ຍອດປະລິມານອາຍພິດເຮືອນແກ້ວເຖິງປີ 2030 ດ້ວຍແຫຼ່ງກໍາລັງພາຍໃນປະເທດ ແລະສາມາດຫຼຸດຜ່ອນເຖິງ 27% ເມື່ອມີບັນດາແຫຼ່ງໜູນຊ່ວຍຈາກສາກົນຕື່ມອີກ.

ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ສັນຕິພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນພັດທະນາແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ການພັດທະນາແບບຍືນຍົງ ແລະກວມລວມ. ສິ່ງເຫຼົ່ານັ້ນຈະມີໄດ້ເມື່ອການພົວພັນສາກົນໄດ້ຮັບການຮັກສາໄວ້ຜ່ານລະບົບຫຼາຍຝ່າຍອີງຕາມກົດໝາຍ, ບັນດາປະເທດພ້ອມກັນເຄົາລົບນັບຖື, ເຂົ້າໃຈ, ເຈລະຈາ, ການຮ່ວມມື ແລະໄວ້ເນື້ອເຊື່ອໃຈກັນ. ນີ້ຈະແມ່ນປະຖົມປັດໃຈທີ່ສໍາຄັນເພື່ອໃຫ້ ຈີ20, ສປຊ ແລະບັນດາລະບອບລະບຽບການຫຼາຍຝ່າຍເສີມຂະຫຍາຍບົດບາດໃນການແກ້ໄຂບັນດາບັນຫາທົ່ວໂລກໃນສະພາບການໃໝ່.

ໂດຍ: ເກື່ອງດັ້ງ