leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານອາຊຽນ 2020 ພ້ອມກັບການນໍາຂັ້ນສູງເປັນສັກຂີພິຍານພິທີລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ RCEP, ໃນວັນທີ 15 ພະຈິກ 2020. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອຕີລາຄາບົດບາດຂອງຫວຽດນາມ ໃນປີເປັນປະທານອາຊຽນ 2020, ທ່ານເອກອັກຄະລັດຖະທູດ Will Nankervis ຢັ້ງຢືນວ່າ ຫວຽດນາມ ຮັກສາໄດ້ກໍາລັງໜູນຂອງວິໄສທັດມະຫາສະໝຸດອິນເດຍ-ປາຊີຟິກ, ໃນນັ້ນໄດ້ຕັ້ງອາຊຽນໄວ້ຢູ່ຈຸດໃຈກາງ.

ຕີລາຄາກ່ຽວກັບຄວາມໝາຍຂອງການລົງນາມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ທ່ານເອກອັກຄະລັດຖະທູດ Will Nankervis ຖືວ່າ ນີ້ແມ່ນຂໍ້ຕົກລົງສໍາຄັນ, ຈະສ້າງບັນດາກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ວິສາຫະກິດດ້ວຍວິທີຫັນການຄ້າຂາຍສິນຄ້າ, ການບໍລິການ ແລະການລົງທຶນເປັນເສລີ, ກໍຄືສ້າງຕັ້ງບັນດາກົດຂໍ້ບັງຄັບທີ່ມີຄວາມແນ່ນອນກວ່າ ແລະປະຕິຮູບສະພາບແວດລ້ອມແຫ່ງການດໍາເນີນທຸລະກິດໃນພາກພື້ນ.

ໂດຍ: ໄຊຊະນະ