ພາຍຫຼັງພິທີໄຂ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍການນໍາຂັ້ນສູງຂອງບັນດາປະເທດໄດ້ເຂົ້າຮ່ວມວາລະປຶກສາຫາລືທໍາອິດດ້ວຍຫົວຂໍ້ “ຜ່ານຜ່າໂລກລະບາດ, ຟື້ນຟູການເຕີບໂຕ ແລະວຽກເຮັດງານທໍາ”.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດທາງໄກກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20). ພາບ: ສໍານັກຂ່າວສານຫວຽດນາມ.

ເຂົ້າຮ່ວມການປຶກສາຫາລື, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ຕ້ອງເພີ່ມທະວີການສົມທົບນະໂຍບາຍທົ່ວໂລກ, ສາມັກຄີກັນມີການກະທໍາ ແລະເຊີດຊູການຮ່ວມມືຫຼາຍຝ່າຍ ເພື່ອຍູ້ພະຍາດໂຄວິດ-19ໃຫ້ຖອຍໄປ, ໃນນັ້ນ, ທ່ານໄດ້ຕີລາຄາສູງຕໍ່ບັນດາໝາກຜົນສໍາຄັນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງບັນດາປະເທດ G20, ໂດຍສະເພາະແມ່ນຊຸກຍູ້ການສົມທົບນະໂຍບາຍມະຫາພາກ ໃນການຟື້ນຟູເສດຖະກິດ. ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ, ໃນຖານະເປັນປະທານອາຊຽນ 2020, ຫວຽດນາມ ໄດ້ພ້ອມກັບບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມືເຊີດຊູຈິດໃຈ “ສະໜິດຕິດພັນ ແລະເປັນເຈົ້າການຮັບມື”, ປະຕິບັດບັນດາມາດຕະການຮັບມືກັບພະຍາດໂຄວິດ-19 ຢ່າງແຮງ, ຟື້ນຟູເສດຖະກິດ, ຮັກສາທ່າຮ່ວມມືກໍ່ສ້າງປະຊາຄົມອາຊຽນ 2025.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ.  ພາບ: ສໍານັກຂ່າວສານຫວຽດນາມ.

ເພື່ອຜ່ານຜ່າໂລກລະບາດ ແລະຟື້ນຟູແບບຍືນຍົງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຕ້ອງເປັນເຈົ້າການຮັບມືໃນໄລຍະ “ປົກກະຕິໃໝ່”, ຜັນຂະຫຍາຍຢ່າງຄົບຊຸດ ແລະມີຄວາມກົມກຽວໃນການຟື້ນຟູເສດຖະກິດໄປຄຽງຄູ່ກັບການຮັບປະກັນການປ້ອງກັນ, ຕ້ານພະຍາດໂຄວິດ-19. ກ່ຽວກັບການຮ່ວມມືດ້ານສາທາລະນະສຸກ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ຕ້ອງມີວິທີການສໍາຜັດຢ່າງສະເໝີພາບ ແລະລາຄາທີ່ເໝາະສົມກັບວັກຊິນ ແລະຢາປົວພະຍາດໂຄວິດ-19, ຕາມນັ້ນແລ້ວ, ສະເໜີໃຫ້ບັນດາປະເທດ G20 ສ້າງຂໍ້ຕົກລົງຜະລິດວັກຊິນກັບບັນດາຄູ່ຮ່ວມມືໃນໂລກຜ່ານການຖ່າຍທອດເຕັກໂນໂລຢີ ພ້ອມກັບການປົກປ້ອງຊັບສິນທາງປັນຍາ, ຜ່ານນັ້ນຍູ້ໄວວິວັດການຜະລິດ ແລະແຈກຢາຍວັກຊິນດ້ວຍຂອບຂະໜາດໃຫຍ່. ກ່ຽວກັບດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນບົດບາດສໍາຄັນຂອງການອໍານວຍຄວາມສະດວກໃຫ້ແກ່ການຄ້າ ແລະການລົງທຶນຜ່ານຊາຍແດນ, ຮັກສາລະບົບການສະໜອງ, ໂດຍສະເພາະແມ່ນບັນດາປະເພດສິນຄ້າທີ່ຈໍາເປັນ, ສະບຽງອາຫານ, ອຸປະກອນການແພດ...; ສະໜັບສະໜູນການເຊື່ອມໂຍງ, ເຂົ້າຮ່ວມການຄ້າຫຼາຍຝ່າຍໂດຍອີງໃສ່ລະບຽບຫຼັກການ, ເສລີ, ເປີດເຜີຍ, ຍຸຕິທໍາ, ໂປ່ງໃສ ແລະກວມລວມ ໂດຍມີ WTO ເປັນສູນກາງ; ສະເໜີ G20 ສືບຕໍ່ເສີມຂະຫຍາຍບົດບາດນໍາໜ້າໃນການສ້າງກອບ, ຂໍ້ຕົກລົງ, ຫຼັກເກນທົ່ວໂລກ ໃນການບໍລິຫານພື້ນຖານເສດຖະກິດດີຈີຕອນ.

ວັນທີ 22 ພະຈິກ, ບັນດາການນໍາ ຈະສືບຕໍ່ເຂົ້າຮ່ວມວາລະປຶກສາຫາລື ຄັ້ງທີ 2 ຂອງກອງປະຊຸມສຸດຍອດ G20 ດ້ວຍຫົວຂໍ້ “ສ້າງອະນາຄົດໃຫ້ຍືນຍົງ, ກວມລວມ ແລະມີຄວາມສາມາດຮັບມື”.

ໂດຍ: ໄຊຊະນະ