leftcenterrightdel
ບັນຍາກາດທີ່ພິທີ. ພາບ: vov.vn.

ອະນຸສາວະລີມິດຕະພາບຫວຽດນາມ-ກໍາປູເຈຍ ເປັນສັນຍາລັກແຫ່ງຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງຊາດຫວຽດນາມ ແລະກໍາປູເຈຍ, ແມ່ນຫຼັກຖານພະຍານປະຫວັດສາດທີ່ຮັບຮູ້ການເສຍສະຫຼະຊີວິດອັນໃຫຍ່ຫຼວງຂອງທະຫານອາສາສະໝັກຫວຽດນາມ, ນັກຊ່ຽວຊານຫວຽດນາມເວົ້າສະເພາະ ແລະປະຊາຊົນຫວຽດນາມເວົ້າລວມ ເຊິ່ງໄດ້ໃຫ້ການຊ່ວຍເຫຼືອປະຊາຊົນກໍາປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດຂອງຂະແມແດງຢ່າງທັນການ ແລະກໍ່ສ້າງປະເທດກໍາປູເຈຍ ວັດທະນາຖາວອນຄືໃນປະຈຸບັນ.

ກິດຈະກຳກໍ່ຊ່ວຍໃຫ້ຮຸ່ນໜຸ່ມເຂົ້າໃຈແຈ້ງກວ່າກ່ຽວກັບສັນຕິພາບ, ຄວາມເສລີ ແລະຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດກໍາປູເຈຍ-ຫວຽດນາມ. ອະນຸສາວະລີມິດຕະພາບຫວຽດນາມ-ກໍາປູເຈຍ ຢູ່ແຂວງ Tbong Khmum ໄດ້ຮັບການກໍ່ສ້າງໃນເຂດສວນສາທາລະນະກວ້າງ 4 ເຮັກຕາ, ຢູ່ໃຈກາງບໍລິຫານໃໝ່ຂອງແຂວງ.

ໂດຍ: ເຈິ່ນຮວ່ຽນ