leftcenterrightdel
ທ່ານ ຮວ່າງວັນເລີ້ຍ ເອກອັກຄະລັດຖະທູດຫວຽດນາມ ຍື່ນສານຕາຕັ້ງຕໍ່ທ່ານ Cyril Ramaphosa ປະທານາທິບໍດີອາຟະລິກາໃຕ້. ພາບ: baoquocte.vn.

ກ່າວຄໍາເຫັນທີ່ພິທີ, ທ່ານ ຮວ່າງວັນເລີ້ຍ ຢັ້ງຢືນຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືເພື່ອການຮ່ວມມື ແລະພັດທະນາເຊິ່ງໄດ້ຮັບການສ້າງຕັ້ງນັບແຕ່ປີ 2004 ກວ່າອີກ, ກໍ່ຄືປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະອາຟະລິກາໃຕ້. ເນື່ອງໃນໂອກາດນີ້, ທ່ານ ຮວ່າງວັນເລີ້ຍ ສົ່ງຄໍາຢ້ຽມຢາມຖາມຂ່າວຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເຖິງທ່ານ Cyril Ramaphosa ປະທານາທິບໍດີອາຟະລິກາໃຕ້.

ສ່ວນທ່ານ Cyril Ramaphosa ຊົມເຊີຍທ່ານ ຮວ່າງວັນເລີ້ຍ ໄດ້ມາຮັບໜ້າທີ່ໃໝ່ຢູ່ອາຟະລິກາໃຕ້ ແລະອວຍພອນໃຫ້ສາຍພົວພັນລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ