ກ່າວຄໍາເຫັນທີ່ການພົບປະເຈລະຈາ, ທ່ານ Victor Gaute ຢັ້ງຢືນວ່າ ສາຍພົວພັນຖານອ້າຍນ້ອງອັນສະໜິດສະໜົມລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໂດຍປະທານໂຮ່ຈີມິນ ແລະຜູ້ນໍາ Fidel Castro ກໍ່ຕັ້ງ ແລະການນຳ, ປະຊາຊົນລຸ້ນຕ່າງໆຂອງສອງປະເທດໄດ້ເພີ່ມພູນຄູນສ້າງຈະແມ່ນ “ສາຍພົວພັນທີ່ເປັນແບບຢ່າງ” ໃນໂລກຍຸກປະຈຸບັນຕະຫຼອດໄປ.

ທ່ານ Victor Gaute ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19; ແບ່ງປັນຄວາມຫຍຸ້ງຍາກ, ຄວາມເສຍຫາຍໂດຍໄພທໍາມະຊາດກໍ່ຂຶ້ນຕໍ່ກັບຫວຽດນາມ ໃນໄລຍະຜ່ານມາ; ທ່ານເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສືບຕໍ່ປະຕິບັດສຳເລັດບັນດາມະຕິເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໄດ້ວາງອອກ.

leftcenterrightdel
ທ່ານ ຫວໍວັນເຖື໋ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ພົບປະເຈລະຈາກັບທ່ານ Victor Gaute ຫົວໜ້າຄະນະແນວຄິດສູນກາງພັກກອມມູນິດກູບາ ຜ່ານລະບົບທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ຫວໍວັນເຖື໋ອງ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ, ປະຊາຊົນຫວຽດນາມ ທີ່ສະໜັບສະໜູນພາລະກິດປະຕິວັດອັນຊອບທໍາຂອງພັກ, ລັດ ແລະປະຊາຊົນກູບາອ້າຍນ້ອງ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພັກກອມມູນິດກູບາ, ນໍາໜ້າແມ່ນທ່ານ Raúl Castro, ປະຊາຊົນກູບາອ້າຍນ້ອງ ຈະສືບຕໍ່ປະຕິບັດຜົນສໍາເລັດວິວັດການອັບເດດຮູບແບບເສດຖະກິດ ແລະສັງຄົມສັງຄົມນິຍົມ.

ທີ່ການພົບປະເຈລະຈາ, ການນໍາສອງພັກໄດ້ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການສອງພັກ, ສອງປະເທດກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ