ດ້ວຍການເປັນປະທານຂອງທ່ານ Muhyiddin Yassin ນາຍົກລັດຖະມົນຕີມາເລເຊຍ ແລະການເຂົ້າຮ່ວມຂອງບັນດາການນໍາ ແລະຜູ້ຕາງໜ້າ 21 ພື້ນຖານເສດຖະກິດສະມາຊິກ APEC, ຜູ້ອໍານວຍການໃຫຍ່ກອງທຶນເງິນຕາສາກົນ (IMF), ສະພາທີ່ປຶກສາວິສາຫະກິດ APEC (ABAC), ສະພາຮ່ວມມືເສດຖະກິດປາຊີຟິກ (PECC), ເວທີປາໄສໝູ່ເກາະປາຊີຟິກ (PIF) ແລະຄະນະເລຂາອາຊຽນ. ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມຜ່ານລະບົບທາງໄກຢູ່ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກເຖິງຄວາມຈໍາເປັນຕ້ອງຍົກສູງຈິດໃຈຮ່ວມມື, ຄວາມຮັບຜິດຊອບກັບປະຊາຄົມສາກົນ ແລະກ່ອນອື່ນໝົດແມ່ນເພີ່ມທະວີການຮ່ວມມືຫຼາຍຝ່າຍ, ສ້າງຄວາມສົມດຸນລະຫວ່າງການກະທໍາໄລຍະສັ້ນ ແລະແກ້ໄຂບັນດາສິ່ງທ້າທາຍໄລຍະກາງ ແລະໄລຍະຍາວໃນການຮັບມືກັບ “ຫຼາຍວິກິດການ” ໃນປະຈຸບັນ.

ດ້ວຍບົດບາດເປັນປະທານອາຊຽນ 2020, ທ່ານ ຫງວຽນຊວນຟຸກ ໄດ້ແບ່ງປັນບົດຮຽນ, ຜົນງານຂອງຫວຽດນາມ ແລະຂອງປະຊາຄົມອາຊຽນໃນການເປັນເຈົ້າການຮັບມື, ການກະທໍາຢ່າງຂ້ຽວຂາດ, ທັນການ, ຄວບຄຸມໂລກລະບາດ ແລະຟື້ນຟູເສດຖະກິດເທື່ອລະກ້າວ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກຢູ່ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບການກໍານົດທິດຮ່ວມມື APEC, ທ່ານ ຫງວຽນຊວນຟຸກ ສະເໜີ APEC ສົມທົບກັນກະທໍາຄວບຄຸມໂລກລະບາດ, ຊຸກຍູ້ການເຊື່ອມຕໍ່ເສດຖະກິດ, ຮັບປະກັນບັນດາລະບົບສະໜອງເພື່ອໃຫ້ອາຊີ-ປາຊີຟິກ ສືບຕໍ່ນໍາໜ້າໃນວິວັດການຟື້ນຟູເສດຖະກິດ. ທ່ານ ຫງວຽນຊວນຟຸກ ເນັ້ນໜັກເຖິງກໍາລັງໜູນໃໝ່ສໍາລັບ APEC ນັ້ນແມ່ນປະຕິບັດການຫັນປ່ຽນດີຈີຕອນຮອບດ້ານເພື່ອຍົກສູງບັນດາຄຸນຄ່າແກ່ນສານຂອງ APEC, ນໍາອາຊີ-ປາຊີຟິກ ກາຍເປັນສູນປ່ຽນແປງໃໝ່ປະດິດສ້າງ ແລະເຕັກໂນໂລຢີ...; ພັດທະນາແບບຍືນຍົງ, ກວມລວມ, ຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງບໍ່ແມ່ນການທະຫານ, ເປັນຕົ້ນແມ່ນໂລກລະບາດ, ການປ່ຽນແປງຂອງດິນຟ້າອາກາດ... ຄວນກາຍເປັນເສົາຄ້ຳໃໝ່ຂອງການຮ່ວມມື APEC. ໃນນັ້ນ, ຖືປະຊາຊົນ ແລະວິສາຫະກິດເປັນໃຈກາງພັດທະນາ ແລະເຊື່ອມຕໍ່ເສດຖະກິດ. ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ຮ່ວມເດີນທາງພ້ອມກັບບັນດາສະມາຊິກ APEC ເພື່ອຫັນວິໄສທັດ ແລະຄວາມໃຝ່ຝັນໃຫ້ປະກົດຜົນເປັນຈິງແຫ່ງສັນຕິພາບ, ສະຖຽນລະພາບ ແລະຄວາມຜາສຸກຂອງປະຊາຊົນທຸກຄົນໃນພາກພື້ນ.

ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການ Putrajaya ກ່ຽວກັບວິໄສທັດ APEC ມາຮອດປີ 2040 ແລະຖະແຫຼງການຮ່ວມ Kuala Lumpur ປີ 2020, ຂີດໝາຍຜົນສໍາເລັດຂອງການປະຕິບັດຂໍ້ລິເລີ່ມໂດຍຫວຽດນາມ ລິເລີ່ມກ່ຽວກັບການສ້າງຕັ້ງກຸ່ມວິໄສທັດ APEC ແລະສ້າງກໍານົດທິດຮ່ວມມືຂອງ APEC ໃນໄລຍະພັດທະນາໃໝ່ ເຊິ່ງໄດ້ຮັບຮອງເອົາທີ່ກອງປະຊຸມສຸດຍອດ APEC ຄັ້ງທີ  25, ດໍາເນີນໃນເດືອນພະຈິກ-2017 ຢູ່ນະຄອນດ່ານັ້ງ (ຫວຽດນາມ).

ສິ້ນສຸດກອງປະຊຸມ, ທ່ານນາງ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ ໄດ້ຮັບບົດບາດເຈົ້າພາບກອງປະຊຸມບັນດາການນໍາເສດຖະກິດ APEC ຄັ້ງທີ 28 ດ້ວຍຫົວຂໍ້ “ພ້ອມກັນຮ່ວມເດີນທາງ-ພ້ອມກັນຮ່ວມມື-ພ້ອມກັນເຕີບໂຕ”.

ໂດຍ: ເຈິ່ນຮວ່ຽນ