ຕາມທ່ານນາງ ເລທິທູຮັ່ງ ແລ້ວ, ໃນປີ 2020, ຫວຽດນາມ ໄດ້ເຂົ້າຮ່ວມບັນດາກອງປະຊຸມສໍາຄັນຂອງ G20 ເກືອບທັງໝົດ ຄື: ກອງປະຊຸມລັດຖະມົນຕີ ໃນບັນດາຂົງເຂດ: ການຕ່າງປະເທດ, ການເງິນ, ທະນາຄານ, ກະສິກໍາ, ການສຶກສາ, ສາທາລະນະສຸກ, ເສດຖະກິດດີຈີຕອນ , ແຮງງານ-ວຽກເຮັດງານທໍາ, ສິ່ງແວດລ້ອມ, ພະລັງງານ, ການຄ້າ ແລະການທ່ອງທ່ຽວ; ບັນດາກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະບາງກອງປະຊຸມກຸ່ມວິຊາການ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ທີ່ການປະຊຸມຂ່າວໃນຕອນບ່າຍຂອງວັນທີ 19 ພະຈິກ 2020. ພາບ: ຮົ່ງຫງວຽນ.

ພິເສດ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດທາງໄກ G20 ສະໄໝພິເສດກ່ຽວກັບການຮັບມືກັບພະຍາດໂຄວິດ-19 ໃນວັນທີ 26 ມີນາ 2020, ຜ່ານນັ້ນໄດ້ຢັ້ງຢືນຄວາມຮັບຜິດຊອບ, ການປະກອບສ່ວນຂອງຫວຽດນາມ ແລະອາຊຽນ ເຂົ້າໃນຄວາມມານະພະຍາຍາມລວມຂອງສາກົນ ໃນການສະກັດກັ້ນພະຍາດໂຄວິດ-19 ກໍຄືສົ່ງສານກ່ຽວກັບຄວາມຕັດສິນໃຈ ແລະຜົນການສະກັດກັ້ນພະຍາດໂຄວິດ-19 ຂອງຫວຽດນາມ.

ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: “ທີ່ກອງປະຊຸມສຸດຍອດຄັ້ງນີ້, ການນໍາບັນດາປະເທດ ຈະສຸມໃສ່ປຶກສາຫາລືກ່ຽວກັບການຮ່ວມມືເພື່ອຮັບມືກັບພະຍາດໂຄວິດ-19, ການຄ້າ ແລະການລົງທຶນ, ເສດຖະກິດດີຈີຕອນ ແລະການພັດທະນາແບບຍືນຍົງ. ຄາດຄະນາວ່າ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຂົ້າຮ່ວມ ແລະກ່າວຄໍາເຫັນທີ່ວາລະປຶກສາຫາລືດ້ວຍບັນດາຫົວຂໍ້ ຄື: ຜ່ານຜ່າໂລກລະບາດ, ຟື້ນຟູການເຕີບໂຕ ແລະວຽກເຮັດງານທໍາ; ສ້າງອະນາຄົດແບບຍືນຍົງ, ກວມລວມ ແລະຄວາມສາມາດຮັບມື”.

ໂດຍ: ໄຊຊະນະ