ການພົວພັນສອງປະເທດພັດທະນາຢ່າງຕັ້ງໜ້າໃນໄລຍະຜ່ານມາ. ກ່ອນທີ່ເກີດພະຍາດໂຄວິດ-19, ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນສູງຫຼາຍຄະນະ, ສົມທົບກັນສະເຫຼີມສະຫຼອງ 43 ປີ “ເສັ້ນທາງມຸ່ງໄປເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot”... ການນໍາສອງປະເທດກໍ່ສົນທະນາທາງໂທລະສັບເປັນປະຈຳເພື່ອແລກປ່ຽນບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19, ຮັກສາການແລກປ່ຽນການຄ້າຢູ່ເຂດຊາຍແດນ. ບັນດາຜົນງານສໍາຄັນໃນການຮ່ວມມືສອງຝ່າຍໄດ້ສະແດງອອກຢ່າງລະອຽດໃນຫຼາຍຂົງເຂດ. ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນສືບຕໍ່ໄດ້ຮັບການຮັກສາ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ປີ 2018 ແລະ 2019, ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມື 21 ສະບັບ, ໃນນັ້ນມີສົນທິສັນຍາເພີ່ມເຕີມສົນທິສັນຍາວາງແຜນກໍານົດຊາຍແດນແຫ່ງຊາດປີ 1985 ແລະສົນທິສັນຍາເພີ່ມເຕີມປີ 2005; ອະນຸສັນຍາຂີດເສັ້ນຊາຍແດນ, ປັກຫລັກໝາຍຊາຍແດນທາງບົກ, ຮັບຮູ້ຜົນງານວຽກງານຂີດເສັ້ນຊາຍແດນ, ປັກຫລັກໝາຍຊາຍແດນທາງບົກມາຮອດປະຈຸບັນໄດ້ສໍາເລັດ 84% ແລ້ວ ແລະດໍາເນີນການມອບ-ຮັບແຜນທີ່ພູມີປະເທດຊາຍແດນທາງບົກຫວຽດນາມ-ກໍາປູເຈຍ ໃນເດືອນສິງຫາ 2020 ຜ່ານມາ.

ຕໍ່ໜ້າການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ໄດ້ໜູນຊ່ວຍບັນດາອຸປະກອນການແພດ ເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກກັບກໍາປູເຈຍ, ພ້ອມທັງສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ສົມທົບກັນຢ່າງແໜ້ນແຟ້ນໃນກົນໄກຫຼາຍຝ່າຍຢູ່ບັນດາເວທີປາໄສພາກພື້ນ ແລະສາກົນໃນການແກ້ໄຂບັນດາບັນຫາລວມຂອງພາກພື້ນ.

ໂດຍ: ທະນາພອນ