ກ່າວຄໍາເຫັນທີ່ວັນບຸນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາການຫັນປ່ຽນທີ່ຕັ້ງໜ້າຂອງບ້ານຝູ່ຫຼ໊ຽນ, ຂອງຕາແສງຮົ່ງຟອງ ແລະຂອງແຂວງຫາຍເຢືອງ. ທ່ານ ຫງວຽນຊວນຟຸກ ຕີລາຄາວ່ານີ້ແມ່ນໝາກຜົນຂອງການຊີ້ນໍາ, ນໍາພາຢ່າງຂ້ຽວຂາດຂອງຄະນະພັກ, ອໍານາດການປົກຄອງ ແລະການເຂົ້າຮ່ວມຂອງແນວໂຮມປະເທດຊາດທຸກຂັ້ນໃນການລະດົມ, ເສີມຂະຫຍາຍກໍາລັງແຮງສາມັກຄີ, ຄວາມເຫັນດີເປັນເອກະພາບໃນທ່ົວພັກ, ທ່ົວປວງຊົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບພໍ່ແມ່ປະຊາຊົນເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ວຽກງານແນວໂຮມຕ້ອງຫຼີກພະຍາດເປັນພຽງຮູບການພາຍນອກ, ຫ່າງເຫີນປະຊາຊົນ, ຫ່າງເຫີນຮາກຖານ, ເພື່ອໃຫ້ແນວໂຮມເປັນຂົວເຊື່ອມຕໍ່, ໂຄສະນາຈຸດປະສົງຂອງພັກ, ຈິດໃຈປະຊາຊົນ.  ແນວໂຮມຕ້ອງເສີມຂະຫຍາຍປະຊາທິປະໄຕຢູ່ຂັ້ນຮາກຖານບົນຈິດໃຈ “ປະຊາຊົນຮູ້ຈັກ, ປະຊາຊົນປຶກສາຫາລື, ປະຊາຊົນປະຕິບັດ ແລະປະຊາຊົນກວດກາ” ເພື່ອເຕົ້າໂຮມກໍາລັງແຮງສາມັກຄີທົ່ວປວງຊົນ, ຮ່ວມແຮງຮ່ວມໃຈປະຕິບັດບັນດາແນວທາງ, ແຜນນະໂຍຍາຍຂອງພັກ,  ນະໂຍບາຍຂອງລັດໃຫ້ປະສົບຜົນສໍາເລັດ. ປະຊາຊົນໃນແຂວງຄວນເສີມຂະຫຍາຍຄວາມຮັກແພງຊ່ວຍເຫຼືອກັນ, ມູນເຊື້ອສາມັກຄີ, ຮ່ວມທຸກຮ່ວມສຸກຮ່ວມເປັນຮ່ວມຕາຍນໍາກັນ ແລະຕ້ອງມີຄວາມມຸ່ງມາດປາດຖະໜາບືນຕົວຂຶ້ນໃນການດໍາລົງຊີວິດກວ່າອີກ.

ໂດຍ: ທູຈາງ