ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ໂດຍໄດ້ກໍາເນີດໃນສະພາບເກີດວິກິດການເສດຖະກິດການເງິນ ປີ 1997, ບັນດາບົດຮຽນ, ປະສົບການໃນການຮັບມືກັບກໍລະນີວິກິດການໄດ້ກາຍເປັນຈຸດດີຂອງການຮ່ວມມືອາຊຽນ+3 ໃນຕະຫຼອດ 2 ທົດສະວັດຜ່ານມາ. ປັດຈຸບັນ, ຕໍ່ໜ້າບັນດາສິ່ງທ້າທາຍຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ, ບັນດາປະເທດອາຊຽນ+3 ສືບຕໍ່ເສີມຂະຫຍາຍທ່າແຮງ, ຮ່ວມມືຢ່າງທັນການ, ສົມທົບກັນຮັບມືກັບຜົນກະທົບຈາກໂລກລະບາດ.

ທ່ານ ຫງວຽນຊວນຟຸກ ຖືວ່າ ກອງປະຊຸມສຸດຍອດອາຊຽນ+3 ຄັ້ງທີ 23 ແມ່ນກາລະໂອກາດເພື່ອສືບຕໍ່ທ່າຮ່ວມມືທີ່ໄດ້ສ້າງມາ, ເພີ່ມທະວີການຮ່ວມມືອາຊຽນ+3 ແນໃສ່ຍູ້ຄວາມສ່ຽງຈາກພະຍາດໂຄວິດ-19 ໃຫ້ຖອຍໄປເທື່ອລະກ້າວ, ຫຼຸດຜ່ອນຜົນກະທົບຈາກໂລກລະບາດ, ຮັກສາບັນດາພື້ນຖານເສດຖະກິດການເງິນມະຫາພາກໃຫ້ມີສະຖຽນລະພາບ, ຊຸກຍູ້ການຟື້ນຟູຢ່າງຮອບດ້ານ ແລະຍືນຍົງ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ+3 ຄັ້ງທີ 23 ຜ່ານລະບົບທາງໄກ. ພາບ:ຮວ່າງຫວູ.

ຕາມທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ແລ້ວ, ປະສົບການທີ່ໄດ້ມາຈາກວິກິດການເສດຖະກິດການເງິນປີ 1997 ນັ້ນໄດ້ສະແດງໃຫ້ເຫັນວິກິດການບໍ່ວ່າຢູ່ປະເທດໃດກໍ່ສົ່ງຜົນກະທົບເຖິງບັນດາປະເທດບ້ານໃກ້ເຮືອນຄຽງ. ສິ່ງດັ່ງກ່າວໄດ້ຮຽກຮ້ອງໃຫ້ບັນດາປະເທດຮ່ວມມືນໍາກັນເພື່ອພ້ອມກັນຜ່ານຜ່າວິກິດການ. ທ່ານ Moon Jae-in ຖືວ່າ, ອາຊຽນ+3  ຍິ່ງຕ້ອງສາມັກຄີນໍາກັນ, ຍົກລະດັບການຮ່ວມມືດ້ານການແພດ, ພັດທະນາ ແລະຈໍາໜ່າຍວັກຊີນ, ພ້ອມກັນນັ້ນກໍ່ຕ້ອງກະກຽມຄວາມພ້ອມໃຫ້ແກ່ໄລຍະຫຼັງພະຍາດໂຄວິດ-19.

ໃນຂະນະນັ້ນ, ທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ ຕີລາຄາວ່າ ການຮ່ວມມືອາຊຽນ+3 ໄດ້ຊຸກຍູ້ບັນດາປະເທດຮ່ວມແຮງຮ່ວມໃຈເພື່ອຜ່ານຜ່າສິ່ງທ້າທາຍໃນພາກພື້ນໃນກວ່າ 2 ທົດສະວັດຜ່ານມາ, ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດສະມາຊິກ. ທ່ານ Suga Yoshihide ຖືວ່າກອງປະຊຸມສຸດຍອດອາຊຽນ+3 ຄັ້ງທີ 23 ແມ່ນກາລະໂອກາດເພື່ອໃຫ້ບັນດາການນໍາຢັ້ງຢືນຄືນໃໝ່ຄວາມສໍາຄັນຂອງການຮ່ວມມືອາຊຽນ+3.

ສ່ວນທ່ານ ຫຼີ໋ເຄີ້ສຽງ ນາຍົກລັດຖະມົນຕີຈີນ ໃຫ້ຮູ້ວ່າ ມີຫຼາຍອົງການຈັດຕັ້ງສາກົນ ໄດ້ຮັບຮູ້ບັນດາມາດຕະການ ແລະປະສົບການຂອງບັນດາປະເທດອາຊຽນ+3 ແມ່ນສາມາດເປັນແຫຼ່ງບັນດານໃຈໃຫ້ແກ່ປະເທດອື່ນເພື່ອຕໍ່ສູ້, ຕ້ານໂລກລະບາດ. ຕາມທ່ານ ຫຼີ໋ເຄີ້ສຽງ ແລ້ວ, ການຮ່ວມມື, ການໜູນຊ່ວຍເຊິ່ງກັນ ແລະກັນໃນການຮັບມືກັບພະຍາດໂຄວິດ-19 ໃນໄລຍະຜ່ານມາເປັນການສະແດງໃຫ້ເຫັນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດອາຊຽນ+3. ທ່ານ ຫຼີ໋ເຄີ້ສຽງ ສະແດງຄວາມເຊື່ອໝັ້ນວ່າເມື່ອຮ່ວມມືນໍາກັນ, ບັນດາປະເທດອາຊຽນ+3  “ສາມາດເຕົ້າໂຮມກໍາລັງແຮງ ແລະສະຕິປັນຍາເພື່ອສ້າງອະນາຄົດທີ່ສົດໃສເພື່ອສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນໃຫ້ແກ່ພາກພື້ນຂອງພວກເຮົາ”.

ໂດຍ: ທູຈາງ