ທີ່ກອງປະຊຸມສຸດຍອດອາຊຽນ - ສ.ເກົາຫຼີ ຄັ້ງທີ 21, ສອງຝ່າຍໄດ້ສະໜັບສະໜູນສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ເພື່ອຍູ້ແຮງການຮ່ວມມືທາງດ້ານເສດຖະກິດດີຈີຕອນ, ການປ່ຽນແປງໃໝ່ປະດິດສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພັດທະນາບັນດາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ, ໜູນຊ່ວຍການເລີ່ມທຸລະກິດ... ເພື່ອແນໃສ່ສ້າງກໍາລັງໜູນດ້ານເສດຖະກິດໃຫ້ໝັ້ນຄົງ, ຜ່ານຜ່າໂລກລະບາດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມສຸດຍອດອາຊຽນ - ສ.ເກົາຫຼີ ຄັ້ງທີ 21. ພາບ: qdnd.vn

ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືພັດທະນາຢ່າງເທົ່າທຽບກັນ, ສະໜັບສະໜູນບັນດາຄວາມມານະພະຍາຍາມຮັດແຄບຄວາມແຕກໂຕນດ້ານການພັດທະນາ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ການຮ່ວມມືພັດທະນາອະນຸພາກພື້ນ... ບັນດາການນໍາຂອງສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຄື: ສະພາບການຢູ່ແຫຼມເກົາຫຼີ, ທະເລຕາເວັນອອກ... ບັນດາການນໍາໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ສິດເສລີໃນການເດີນເຮືອ ແລະການບິນຢູ່ພາກພື້ນ, ໃນນັ້ນມີທະເລຕາເວັນອອກ, ເນັ້ນໜັກເຖິງຄວາມສໍາຄັນຂອງການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ ແລະສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 17.  ພາບ: qdnd.vn

ທີ່ກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 17, ສອງຝ່າຍໄດ້ຢັ້ງຢືນວ່າ ສາຍພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອິນເດຍ ມີຄຸນຄ່າພິເສດສໍາລັບສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະວັດທະນາຖາວອນຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ຢ່າງກວ້າງໃຫຍ່, ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ. ອິນເດຍ ຢັ້ງຢືນວ່າ ອາຊຽນ ຍາມໃດກໍ່ແມ່ນພາກສ່ວນສໍາຄັນໃນນະໂຍບາຍພົວພັນຕ່າງປະເທດຂອງຕົນ, ບັນດາຂອບເຂດໂດຍອາຊຽນ ສ້າງຕັ້ງ ແລະຊັກຈູງແມ່ນບັນດາພື້ນຖານທີ່ໝັ້ນແກ່ນໃຫ້ແກ່ການສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ພາກພື້ນ, ກຽມພ້ອມຮ່ວມມືກັບອາຊຽນ ຊຸກຍູ້ການຜັນຂະຫຍາຍບັນດາບຸລິມະສິດທີ່ໄດ້ຍົກອອກໃນ AOIP. 

ອິນເດຍ ກຽມພ້ອມກັບບັນດາປະເທດອາຊຽນ ຮ່ວມມື, ສູ້ຊົນເພື່ອເຂດທະເລຕາເວັນອອກ ແຫ່ງສັນຕິພາບ, ສະຖຽນລະພາບ, ມີຄວາມໝັ້ນຄົງ, ຄວາມປອດໄພ, ມີຄວາມເສລີໃນການເດີນເຮືອ ແລະການບິນ.  ອິນເດຍ ໄດ້ຢັ້ງຢືນສະໜັບສະໜູນຫຼັກໝັ້ນຂອງອາຊຽນກ່ຽວກັບທະເລຕາເວັນອອກ, ເປັນຕົ້ນແມ່ນບັນດາຫຼັກການບໍ່ນໍາໃຊ້ກຳລັງອາວຸດ ແລະນາບຂູ່ນໍາໃຊ້ກຳລັງອາວຸດໃນການແກ້ໄຂບັນດາການຂັດແຍ້ງກັນ, ບໍ່ຫັນເປັນການທະຫານ, ເຄົາລົບກົດໝາຍສາກົນ, UNCLOS 1982. ອິນເດຍ ຮຽກຮ້ອງໃຫ້ທຸກຝ່າຍຈົ່ງປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ COC ໃຫ້ສອດຄ່ອງກັບກົດໝາຍສາກົນ, UNCLOS 1982 ໂດຍໄວ.

ໂດຍ: ທະນາພອນ