leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມສຸດຍອດອາຊຽນ - ຍີ່ປຸ່ນ ຄັ້ງທີ 23. ພາບ: qdnd.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ ຍາມໃດ ຍີ່ປຸ່ນ ກໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງອາຊຽນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການເຈລະຈາ, ການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຢູ່ພາກພື້ນ. ທ່ານກໍ່ເນັ້ນໜັກວ່າ ມີຄວາມເປັນກຽດທີ່ສຸດທີ່ໄດ້ດໍາລົງບົດບາດເປັນປະເທດປະສານງານການພົວພັນລະຫວ່າງອາຊຽນ - ຍີ່ປຸ່ນ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຈະສົມທົບກັບຍີ່ປຸ່ນ ແລະບັນດາປະເທດອາຊຽນຢ່າງແໜ້ນແຟ້ນ ເພື່ອເປີດກ້ວາງ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ແລະການຮ່ວມມືຮອບດ້ານລະຫວ່າງສອງຝ່າຍເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn

ສ່ວນທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ ຊີ້ແຈ້ງວ່າ ພະຍາດໂຄວິດ-19 ແມ່ນວິກິດການທີ່ບໍ່ເຄີຍມີມາກ່ອນ ເຊິ່ງຍີ່ປຸ່ນ “ປາດຖະໜາຢາກພ້ອມກັບອາຊຽນ ຜ່ານຜ່າດ້ວຍຖານະແມ່ນເພື່ອນມິດ ແລະຄູ່ຮ່ວມມືທີ່ສະເໝີພາບ”. ທ່ານ Suga Yoshihide ຖະແຫຼງວ່າ ຍີ່ປຸ່ນ ຈະໜູນຊ່ວຍ ສູນອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນ ຂະແໜງສາທາລະນະສຸກ ແລະ ພະຍາດແຜ່ລະບາດ ຢ່າງສຸດຂີດ. ທ່ານ ຢັ້ງຢືນວ່າ ຍີ່ປຸ່ນ ສະໜັບສະໜູນເອກະສານທັດສະນະຂອງອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP), ທ່ານ Suga Yoshihide ຖືວ່າ AOIP ໄດ້ສະແດງອອກທັດສະນະຢ່າງແຮງ ເພື່ອຊຸກຍູ້ອຳນາດກົດໝາຍ, ການເປີດອົກເປີດໃຈ, ກະຈ່າງແຈ້ງ ແລະກວມລວມປຽບເໝືອນດັ່ງຫຼັກການໃຫ້ແກ່ບັນດາການກະທໍາຂອງອາຊຽນ.

ໂດຍ: ທະນາພອນ