leftcenterrightdel
ທ່ານ ຫງວຽນເທ໊ກີ໋ ຜູ້ອຳນວຍການໃຫຍ່ VOV ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: qdnd.vn.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຮສຈ, ປອ ຫງວຽນເທ໊ກີ໋, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV ເນ້ັນໜັກວ່າ ດ້ວຍຖານະບົດບາດແມ່ນອົງການສ່ືມວນຊົນແຫ່ງຊາດ, VOV ຈະສວມບົດບາດນໍາໜ້າໜູນຊ່ວຍບັນດາອົງການຂອງ ສປຊ ເຄື່ອນໄຫວຢູ່ຫວຽດນາມ ຢ່າງມີປະສິດທິຜົນກວ່າອີກ, ພ້ອມກັນນັ້ນ VOV ຈະປະກອບສ່ວນຍົກສູງຄວາມຮູ້ຂອງປະຊາຊົນກ່ຽວກັບການເຄື່ອນໄຫວ ແລະບັນດາຄຸນຄ່າທົ່ວໂລກຂອງ ສປຊ; ດຶງດູດຄວາມສົນໃຈຂອງມະຫາຊົນທີ່ມີຕໍ່ບັນດາການເຄື່ອນໄຫວຂອງ ສປຊ ຢູ່ຫວຽດນາມ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn.

ທີ່ການເຮັດວຽກ, ການນຳ VOV ແລະຜູ້ຕາງໜ້າບັນດາອົງການຂອງ ສປຊ ປະຈຳ ຫວຽດນາມ ພ້ອມກັນປຶກສາຫາລືກ່ຽວກັບບັນດາລາຍການເຄື່ອນໄຫວ, ເປົ້າໝາຍຈຸດສຸມຂອງ ສປຊ ຢູ່ບັນດາແຂວງ, ນະຄອນຂອງຫວຽດນາມ, ລວມມີການໜູນຊ່ວຍປະຊາຊົນພາກກາງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງຈາກໄພທຳມະຊາດ. ສອງຝ່າຍກໍ່ແລກປ່ຽນບັນດາມາດຕະການສົມທົບກັນໂຄສະນາກ່ຽວກັບການເຄື່ອນໄຫວຂອງບັນດາອົງການຂອງ ສປຊ ປະຈຳ ຫວຽດນາມ ເພື່ອສ້າງກຳລັງແຜ່ຂະຫຍາຍຢ່າງທ່ົວເຖິງ.

ໂດຍ: ແສງເດືອນ