ກອງປະຊຸມມີການເຂົ້າຮ່ວມຂອງທ່ານ Nickolay Mladenov ຜູ້ປະສານງານພິເສດກ່ຽວກັບວິວັດທະນາການສ້າງສັນຕິພາບຢູ່ຕາເວັນອອກກາງ. ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕາງໜ້າໃຫ້ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

leftcenterrightdel
ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງມິງຄອຍ ເຂົ້າຮ່ວມກອງປະຊຸມປຶກສາຫາລືທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນໜູນຊ່ວຍປະຊາຊົນ ປາແລັດສະຕິນ ພາຍໃຕ້ທຸກຮູບການເພື່ອຜ່ານຜ່າວິກິດການຫຼາຍທິດນີ້, ໃນນັ້ນໃຫ້ບຸລິມະສິດໜູນຊ່ວຍມະນຸດສະທໍາແກ່ກຸ່ມມີຄວາມສ່ຽງ, ດ້ອຍໂອກາດ, ພ້ອມທັງຍົກລະດັບການອຸປະຖໍາໃຫ້ແກ່ອົງການໜູນຊ່ວຍຂອງ ສປຊ; ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ຫຼຸດຜ່ອນຄວາມເຄັ່ງຕຶງ, ຢຸດຕິບັນດາການກະທໍາທີ່ໃຊ້ຄວາມຮຸນແຮງເພື່ອຜົນປະໂຫຍດຂອງສາມັນຊົນ; ທ່ານ ຖືວ່າບັນດາຄວາມກ້າວໜ້າກ່ຽວກັບວິວັດທະນາການດ້ານການເມືອງ ເປັນຕົ້ນແມ່ນການກະກຽມການເລືອກຕັ້ງ ປາແລັດສະຕິນ ບໍ່ອາດຈະຍືນຍົງໄດ້ ຖ້າຫາກບໍ່ມີຄໍາໝັ້ນສັນຍາສັນຕິພາບຂອງບັນດາຝ່າຍທີ່ກ່ຽວຂ້ອງ; ທ່ານ ກໍ່ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນບັນດາຄວາມມານະພະຍາຍາມ ແລະຂໍ້ລິເລີ່ມເພື່ອແນໃສ່ບັນລຸໄດ້ມາດຕະການຮອບດ້ານ, ຍຸຕິທໍາ ແລະຍາວນານໃຫ້ແກ່ບັນຫາປາແລັດສະຕິນ, ໂດຍອີງໃສ່ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ແລະ ສປຊ.

ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ດັ້ງມິງຄອຍ ກໍ່ສະແດງຄວາມສາມັກຄີຂອງຫວຽດນາມ ທີ່ມີຕໍ່ການຕໍ່ສູ້ທີ່ເປັນທໍາຂອງປະຊາຊົນປາແລັດສະຕິນ ມຸ່ງໄປເຖິງການສ້າງຕັ້ງລັດປາແລັດສະຕິນ ເອກະລາດ ພ້ອມກັນຍືນຍົງຄົງຕົວໃນສັນຕິພາບກັບລັດອິດສະຣາແອັນ ທີ່ຢູ່ລຽບຕາມເສັ້ນຊາຍແດນກ່ອນປີ 1967 ແລະກັບນະຄອນຫຼວງແມ່ນ Jerusalem ຕາເວັນອອກ.

ໂດຍ: ໄຊຊະນະ