ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ Ibnu Hadi ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ເນັ້ນໜັກວ່າ ເລື່ອງອິນໂດເນເຊຍ ແລະຫວຽດນາມ ສ້າງຕັ້ງການພົວພັນທາງການທູດ ໃນປີ 1955 ຢ່າງເປັນທາງການ ແມ່ນຂີດໝາຍສຳຄັນໃຫ້ແກ່ການພົວພັນມິດຕະພາບລະຫວ່າງສອງປະເທດ. ຕາມທ່ານ Ibnu Hadi ແລ້ວ, ການຢ້ຽມຢາມ ອິນໂດເນເຊຍ ຂອງປະທານໂຮ່ຈິມິນ ແລະການຢ້ຽມຢາມຫວຽດນາມ ຂອງທ່ານ Sukarno ປະທານາທິບໍດີອິນໂດເນເຊຍ ໃນປີ 1959 ໄດ້ສ້າງພື້ນຖານໝັ້ນຄົງເຂັ້ມແຂງໃຫ້ແກ່ການພົວພັນລະຫວ່າງສອງປະເທດ. ປີ 2013, ການພົວພັນອິນໂດເນເຊຍ-ຫວຽດນາມ ໄດ້ຍົກຂຶ້ນສູ່ລະດັບສູງໃໝ່ເມື່ອສອງປະເທດຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ທ່ານ Ibnu Hadi ຢັ້ງຢືນວ່າ “65 ປີ ໄດ້ຜ່ານພົ້ນໄປນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດ, ປະຈຸບັນ ຫວຽດນາມ ແລະອິນໂດເນເຊຍ ບໍ່ພຽງແຕ່ແມ່ນປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ ຫາກຍັງແມ່ນເພື່ອນມິດທີ່ດີ, ຄູ່ຮ່ວມມືທີ່ດີໃນການພົວພັນສອງຝ່າຍ, ໃນອາຊຽນ ແລະສະຫະປະຊາຊາດອີກດ້ວຍ”.

leftcenterrightdel
ບັນຍາກາດທ່ີກອງປະຊຸມສຳມະນາ. ພາບ: ຮວ່າງຫວູ.

ສ່ວນທ່ານ ຫງວຽນກ໊ວກຢູງ, ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຕີລາຄາວ່າ ໂດຍບໍ່ຫົວຊາຕໍ່ການຜັນແປຂອງສະພາບການຢູ່ພາກພື້ນ ແລະໂລກ ໃນຕະຫຼອດ 65 ປີຜ່ານມາ, ຫວຽດນາມ ແລະອິນໂດເນເຊຍ ຍັງຄົງແມ່ນເພື່ອນມິດທີ່ສະໜິດສະໜົມ, ສັດຊື່ບໍລິສຸດ. ນັບແຕ່ເມື່ອສອງປະເທດຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮວ່ມມືຍຸດທະສາດໃນປີ 2013, ການພົວພັນຫວຽດນາມ - ອິນໂດເນເຊຍ ສືບຕໍ່ພັດທະນາຢ່າງແຮງ, ເລິກເຊ່ິງກວ້າງຂວາງທັງສອງຝ່າຍ ແລະຫຼາຍຝ່າຍ.

ໂດຍ: ແສງເດືອນ