ເພື່ອເປັນເຈົ້າການຮັບມືກັບພາຍຸ, ຈຳກັດຜົນເສຍຫາຍ, ທ່ານ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ຄະນະຊີ້ນໍາສູນກາງກ່ຽວກັບການປ້ອງກັນ ແລະຕ້ານໄພພິບັດ, ຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດ ແລະຊອກຫາກູ້ຊີບ-ກູ້ໄພ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນອີງຕາມພາລະ ແລະໜ້າທີ່ທີ່ໄດ້ຮັບມອບໝາຍ ເປັນເຈົ້າການຈັດຕັ້ງການຕິດຕາມສະພາບການຜັນແປຂອງພາຍຸຢ່າງແໜ້ນແຟ້ນ, ຊີ້ນຳ ແລະຜັນຂະຫຍາຍວຽກງານຮັບມືຕາມທິດນຳ “ສີ່ກັບທີ່” ຢ່າງທັນການ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ. ພາບ: qdnd.vn.

ສຸມໃສ່ຮັບປະກັນຄວາມປອດໄພໃຫ້ຄົນ, ພາຫະນະເຄື່ອນໄຫວຢູ່ທະເລ, ໝູ່ເກາະ; ຮັບປະກັນຄວາມປອດໄພໃຫ້ບັນດາການເຄື່ອນໄຫວສໍາຫຼວດ, ຂຸດຄົ້ນນ້ຳມັນອາຍແກັດ, ການປູກລ້ຽງສິນໃນນ້ຳ, ສິນທະເລ ແລະບັນດາການເຄື່ອນໄຫວອື່ນໆຢູ່ທະເລ; ກວດກາຄືນມາດຕະການ, ເປັນເຈົ້າການຍົກຍ້າຍປະຊາຊົນ, ພາຫະນະຢູ່ບັນດາເຂດອັນຕະລາຍຢູ່ທະເລ, ໝູ່ເກາະເຖິງເຂດປອດໄພ. ອີງຕາມການຜັນແປຂອງພາຍຸ ແລະສະພາບຕົວຈິງ, ບັນດາທ້ອງຖິ່ນ ຈະຕັດສິນການຫ້າມອອກທະເລ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງຈົ່ງກວດກາຄືນ ແລະຜັນຂະຫຍາຍວຽກງານຮັບປະກັນຄວາມປອດໄພແກ່ຊີວິດ ແລະຊັບສິນຂອງປະຊາຊົນ. ພ້ອມແລ້ວທີ່ຈະຍົກຍ້າຍປະຊາຊົນອອກຈາກບັນດາເຂດອັນຕະລາຍ; ຜັນຂະຫຍາຍວຽກງານປົກປ້ອງເຮືອນຊານ, ກິດຈະການ, ຄັນຄູ; ເປັນເຈົ້າການຈັດກຳລັງ, ພາຫະນະ, ວັດຖຸອຸປະກອນໄປຍັງບັນດາເຂດຈຸດສຸມເພື່ອກຽມພ້ອມແກ້ໄຂບັນດາກໍລະນີສຸກເສີນ ແລະກູ້ຊ່ວຍ, ແກ້ໄຂທຸກກໍລະນີຢ່າງທັນການ.

ໂດຍ: ແສງເດືອນ