ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ປີ 2020 ແມ່ນປີທີ່ມີຄວາມໝາຍສໍາຄັນ ເມື່ອຫວຽດນາມ ແລະອາເມລິກາ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 25 ປີ.  ເຖິງວ່າໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19 ແລ້ວກໍ່ຕາມ ແຕ່ການພົວພັນສອງປະເທດ ໃນໄລຍະຜ່ານມາສືບຕໍ່ພັດທະນາອັນດີງາມ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ. 

ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າ ແລະປາດຖະໜາຢາກສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ (ນັບທັງບັນຫາຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນ). ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສໍາຄັນ ແລະຕີລາຄາສູງຕໍ່ການເຂົ້າຮ່ວມທີ່ຕັ້ງໜ້າຂອງອາເມລິກາ ໃນການພົວພັນຄູ່ຮ່ວມມືແມ່ນໍ້າຂອງ-ອາເມລິກາ. ເລື່ອງ DFC ເປີດກວ້າງການລົງທຶນເຂົ້າສູ່ເຂດແມ່ນໍ້າຂອງ ຈະເປັນພື້ນຖານຊ່ວຍສ້າງເຂດແມ່ນໍ້າຂອງ ທີ່ຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍືນຍົງ ແລະອາຊຽນ ທີ່ໝັ້ນຄົງເຂັ້ມແຂງ.

ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ທ່ານ Adam Boehler ມີທັດສະນະກັບທ່ານປະທານາທິບໍດີ Donald Trump, ຫ້ອງການການຄ້າສະຫະລັດອາເມລິກາ (USTR) ແລະບັນດາອົງການຂອງອາເມລິກາ ເພື່ອໜູນຊ່ວຍຫວຽດນາມ ປະຕິບັດແຜນການກະທໍາມຸ່ງໄປເຖິງການຄ້າທີ່ມີຄວາມດຸ່ນດ່ຽງທີ່ໄດ້ເຫັນດີເປັນເອກະພາບເມື່ອທ້າຍປີ 2019 ຜ່ານມາ ແລະມີການຕີລາຄາຢ່າງພາວະວິໄສກວ່າກ່ຽວກັບສະພາບຕົວຈິງຢູ່ຫວຽດນາມ ເພື່ອມີການຮ່ວມມືທີ່ເໝາະສົມ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນພັດທະນາ, ມີຄວາມກົມກຽວກັບບັນດາຄໍາໝັ້ນສັນຍາຂອງອາເມລິກາ ກ່ຽວກັບຫວຽດນາມ “ເຕີບໃຫຍ່ເຂັ້ມແຂງ, ເອກະລາດ ແລະຈະເລີນຮຸ່ງເຮືອງ” ແລະການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ສ່ວນທ່ານ Adam Boehler ເນັ້ນໜັກວ່າ, ໃນຂົງເຂດຮ່ວມມືດ້ານພະລັງງານ, ສອງປະເທດ ບັນລຸຄວາມກ້າວໜ້າສຸດທີ່ຕັ້ງໜ້າຜ່ານບັນດາໂຄງການທີ່ກໍາລັງຜັນຂະຫຍາຍ. DFC ກໍ່ກໍາລັງຊອກຫາກາລະໂອກາດລົງທຶນໃນຂົງເຂດໂຄງລ່າງຢູ່ຫວຽດນາມ.

ໂດຍ: ໄຊຊະນະ