ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຫງວຽນທິກິມເງິນ ໄດ້ສະແດງຄວາມປາດຖະໜາວ່າ ເຍົາວະຊົນ-ອະນຸຊົນໃນທົ່ວປະເທດ ມີຄວາມເອກອ້າງທະນົງໃຈ ແລະສືບຕໍ່ບາດກ້າວເດີນຂອງລຸ້ນພໍ່ລຸ້ນອ້າຍ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຕັ້ງໜ້າປະຕິບັດຕາມຄໍາສັ່ງສອນ 5 ຂໍ້ຂອງລຸງໂຮ່ ໃຫ້ເປັນຢ່າງດີ; ຫ້າວຫັນເຂົ້າຮ່ວມບັນດາຂະບວນການຂອງການຈັດຕັ້ງເຍົາວະຊົນ ແລະບັນດາການເຄື່ອນໄຫວສັງຄົມທີ່ສອດຄ່ອງກັບເກນອາຍຸ; ຮູ້ແບ່ງປັນ, ຊ່ວຍເຫຼືອໝູ່ເພື່ອນທີ່ປະສົບກັບຄວາມຫຍຸ້ງຍາກ, ໂດຍສະເພາະແມ່ນພວກເພື່ອນຢູ່ເຂດພູດອຍ, ທະເລໝູ່ເກາະ, ເຂດຊົນເຜົ່າສ່ວນໜ້ອຍ ແລະບັນດາບ່ອນທີ່ໄດ້ຮັບຜົນສະທ້ອນອັນໜັກໜ່ວງຈາກໄພພິບັດທາງທໍາມະຊາດ...

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງປະທານສະພາແຫ່ງຊາດ ສະເໜີໃຫ້ຄະນະພັກ, ອໍານາດການປົກຄອງທຸກຂັ້ນ, ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະທົ່ວສັງຄົມຈົ່ງເອົາໃຈໃສ່ກວ່າອີກເຖິງວຽກງານປົກປ້ອງ, ເບິ່ງແຍງດູແລ, ສຶກສາອົບຮົມໄວໜຸ່ມ, ເຍົາວະຊົນ-ອະນຸຊົນ, ໂດຍສະເພາະແມ່ນສໍາລັບເຍົາວະຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ຢູ່ເຂດຫ່າງໄກສອກຫຼີກ, ເຂດທຸລະກັນດານ, ເຂດປະສົບກັບຄວາມຫຍຸ້ງຍາກພິເສດ, ເຂດໄດ້ຮັບຜົນສະທ້ອນຈາກໄພພິບັດທາງທໍາມະຊາດຢ່າງເປັນປະຈໍາ...

ທີ່ກອງປະຊຸມໃຫຍ່, ຄະນະຈັດຕັ້ງໄດ້ຍ້ອງຍໍຊົມເຊີຍ, ມອບໃບຢັ້ງຢືນໃຫ້ພວກຫຼານເຍົາວະຊົນ-ອະນຸຊົນທີ່ມີຜົນງານດີເດັ່ນຈໍານວນ 63 ຄົນ (ໃນຈໍານວນ 344 ຄົນເຂົ້າຮ່ວມກອງປະຊຸມໃຫຍ່), ຕາງໜ້າໃຫ້ 63 ແຂວງ, ນະຄອນໃນທົ່ວປະເທດ. ເນື່ອງໃນໂອກາດນີ້, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ໄດ້ເຂົ້າຮ່ວມການບໍລິຈາກເງິນເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດພາກກາງທີ່ໄດ້ຮັບຜົນສະທ້ອນຈາກໄພນໍ້າຖ້ວມທີ່ຜ່ານມາ.

ໂດຍ: ໄຊຊະນະ