​ທີ່ກອງ​ປະ​ຊຸມ, ທ່ານປະທານສະມັດຊາໃຫຍ່ ສປຊ ຊຸດທີ 75 ແລະທ່ານເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ ອາຊຽນ ເປັນຄູ່ຮ່ວມມືທີ່ບໍ່ສາມາດຂາດໄດ້, ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ແລະຢັ້ງຢືນວ່າ ຈະສືບຕໍ່ໜູນຊ່ວຍອາຊຽນສ້າງປະຊາຄົມ ສປຊ ເພື່ອຍົກສູງກຳລັງຄວາມສາມາດນຳພາ, ປະສານງານຢ່າງມີປະສິດທິຜົນຂອງຫວຽດນາມ - ເປັນປະເທດປະທານອາຊຽນ 2020, ທັງເພີ່ມທະວີການຮ່ວມມືຄວບຄຸມພະຍາດໂຄວິດ-19, ທັງຍູ້ແຮງການກໍ່ສ້າງປະຊາຄົມ. ເມື່ອເຕື້ອງເຖິງບັນດາຄວາມມານະພະຍາຍາມຄວບຄຸມພະຍາດໂຄວິດ-19, ບັນດາຜູ້ແທນ ສປຊ ຢັ້ງຢືນວ່າ ຈະສືບຕໍ່ໜູນຊ່ວຍອາຊຽນໃນການຫຼຸດຜ່ອນບັນດາຜົນກະທົບເສດຖະກິດ, ສັງຄົມຂອງໂລກພະຍາດຜ່ານການພ້ອມກັນຊຸກຍູ້ການຟື້ນຟູ, ເປັນເຈົ້າຕົນເອງ ແລະຜັນຂະຫຍາຍແຜນຟື້ນຟູສັງລວມອາຊຽນ.

leftcenterrightdel
ທ່ານ ຟ້າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫ​ວຽດ​ນາມ ເປັນ​ປະ​ທານກອງ​ປະ​ຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ສະຫະປະຊາຊາດ. ພາບ: ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ.

ກອງປະຊຸມເຫັນດີເປັນເອກະສັນຮັບຮອງເອົາແຜນການດຳເນີນງານອາຊຽນ-ສປຊ ໄລຍະ 2021-2025, ເນັ້ນໜັກເຖິງຄວາມສໍາຄັນຂອງການໜູນຊ່ວຍເຕັກນິກ, ຮ່ວມມືຫຼາຍຂະແໜງ, ຫຼາຍຂົງເຂດ. ບັນດາຝ່າຍຖືວ່າ ການຜັນຂະຫຍາຍຢ່າງມີປະສິດທິຜົນກ່ຽວກັບການຊ່ວຍເຫຼືອເຊິ່ງກັນ ແລະກັນໃນການປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະໂຄງການດໍາເນີນງານ ສປຊ ແລະພັດທະນາແບບຍືນຍົງ 2030 ແມ່ນບັນດາການປະກອບສ່ວນແທດຈິງໃຫ້ແກ່ການພັດທະນາແບບຍືນຍົງ, ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ, ຍົກສູງປະສິດທິຜົນການປ້ອງກັນ, ຕ້ານໂລກພະຍາດ ແລະຮັບມືກັບບັນດາສິ່ງທ້າທາຍທີ່ພວມປະກົດຂຶ້ນ.

ຕາງໜ້າອາຊຽນ, ຫວຽດນາມ ສະເໜີໃຫ້ ສປຊ ໜູນຊ່ວຍບັນດາຂໍ້ລິເລີ່ມຂອງອາຊຽນ ຮັບມືກັບພະຍາດໂຄວິດ-19, ຟື້ນຟູສັງລວມ. ບັນດາຂໍ້ລິເລີ່ມນີ້ລວມມີການສ້າງຕັ້ງກອງທຶນອາຊຽນ ຮັບມືພະຍາດໂຄວິດ-19, ສາງອຸປະກອນການແພດອາຊຽນ ແລະແຜນຟື້ນຟູອາຊຽນ. ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຊົມເຊີຍຄວາມຕັດສິນໃຈຂອງອາຊຽນ ແລະ ສປຊ ທີ່ຮັບປະກັນໃຫ້ວັກຊິນໂຄວິດ-19 ກາຍເປັນສິນຄ້າຮັບໃຊ້ມະຫາຊົນ, ມີລາຄາເໝາະສົມ ແລະປະຊາຊົນໝົດທຸກຄົນໄດ້ສຳຜັດ.

ເຕື້ອງເຖິງບັນຫາທະເລຕາເວັນອອກ, ທ່ານ ຟ້າມບິ່ງມິງ ຢັ້ງຢືນຄືນໃໝ່ກ່ຽວກັບຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງອາຊຽນ, ທີ່ການນຳໄດ້ຢັ້ງຢືນຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ໃນເດືອນມິຖຸນາ 2020 ແລະກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 53 ໃນເດືອນກັນຍາ 2020. ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ ຕ້ອງຫຼີກລ້ຽງບັນດາການກະທຳເຮັດໃຫ້ສະພາບການເຄັ່ງຕຶງເພີ່ມຂຶ້ນ, ບໍ່ຫັນເປັນການທະຫານ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982; ໃຫ້ຄໍາໝັ້ນສັນຍາປະຕິບັດຕາມ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ ແລະສືບຕໍ່ບັນດາຄວາມມານະພະຍາຍາມບັນລຸ COC ໃຫ້ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ລວມມີ UNCLOS 1982.

ໂດຍ: ແສງເດືອນ