ວາລະປະຊຸມໂດຍທ່ານລັດຖະມົນຕີການຕ່າງປະເທດລັດເຊຍ (ປະເທດປະທານສະພາຄວາມໝັ້ນຄົງ ສປຊ ເດືອນຕຸລາ 2020) ເປັນປະທານພ້ອມກັບການເຂົ້າຮ່ວມ ແລະກ່າວຄໍາເຫັນຂອງລັດຖະມົນຕີການຕ່າງປະເທດຈີນ, ນີເຊ, ອາຟະລິກາໃຕ້, ອີຣານ ແລະຜູ້ຕາງໜ້າບັນດາປະເທດສະມາຊິກ ສປຊ.

leftcenterrightdel
ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ວາລະກອງປະຊຸມ, ທ່ານ ດັ້ງມິງຄອຍ ໄດ້ໃຫ້ຂໍ້ສັງເກດວ່າ ບັນດາຄວາມຂາດສະຖຽນລະພາບຫວ່າງແລ້ວນີ້ຢູ່ອ່າວເປີເຊຍ ຖ້າບໍ່ໄດ້ແກ້ໄຂ, ຄວບຄຸມໄດ້ເປັນຢ່າງດີຈະເກີດຜົນຮ້າຍສະຫຼັບກັບບັນດາການປະທະກັນ, ວິກິດການດ້ານມະນຸດສະທໍາອື່ນຢູ່ພາກພື້ນຍາກທີ່ຈະຄາດຄະເນລ່ວງໜ້າ, ຄື: ຊີຣີ, ເຢແມນ, ລີບີ, ປາແລັດສະຕິນ ແລະລີບັງ. ທ່ານ ດັ້ງມິງຄອຍ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ມີການພົວພັນທີ່ເປັນມິດ, ການຮ່ວມມືກັບທຸກໆປະເທດຢູ່ອ່າວເປີເຊຍ ແລະຕາເວັນອອກກາງ, ໃຫ້ຄຳໝັ້ນສັນຍາພ້ອມແລ້ວທີ່ຈະມີການປະກອບສ່ວນທີ່ມີຄວາມໝາຍເພື່ອສ້າງສະພາບແວດລ້ອມສະດວກໃຫ້ແກ່ການເຈລະຈາ ແລະການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຢູ່ພາກພື້ນນີ້.

ໂດຍ: ເຈິ່ນຮວ່ຽນ