ທີ່ບັນດາການພົບປະ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງ, ຮອບດ້ານຂອງການພົວພັນຫວຽດນາມ-ຍີ່ປຸ່ນ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງໃນໄລຍະຜ່ານມາ ກໍ່ຄືເລື່ອງສອງປະເທດໄດ້ຕັ້ງໜ້າແບ່ງປັນ, ໜູນຊ່ວຍເຊິ່ງກັນ ແລະກັນ ແລະຊຸກຍູ້ການຮ່ວມມືສາກົນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ສອງຝ່າຍໄດ້ເຫັນດີເປັນເອກະສັນກ່ຽວກັບທິດທາງໃຫຍ່ ແລະບັນດາມາດຕະການເພື່ອແນໃສ່ເຮັດໃຫ້ການພັວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ ເລິກເຊິ່ງກວ້າງຂວາງກວ່າອີກ.

leftcenterrightdel
ທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ ແລະພັນລະຍາ ທີ່ສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານ ຫງວຽນຊວນຟຸກ  ແລະທ່ານ Suga Yoshihide ໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານ 12 ສະບັບ ເຊິ່ງໄດ້ເຊັນກັນລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖ່ິນ ແລະວິສາຫະກິດສອງປະເທດດ້ວຍຍອດມູນຄ່າເກືອບ 4 ຕື້ໂດລາສະຫະລັດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະພັນລະຍາ ພົບປະກັບທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ ແລະພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ.

ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Suga Yoshihide ນາຍົກລັດຖະມົນຕີຍີ່ປຸ່ນ ແລະພັນລະຍາ ໄດ້ດໍາເນີນໃນສະຖານະການການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງຫວຽດນາມ-ຍີ່ປຸ່ນ ພວມສືບຕໍ່ພັດທະນາອັນດີງາມ, ເຂັ້ມແຂງ ແລະແທດຈິງໃນຫຼາຍຂົງເຂດ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບໄດ້ຮັບການປັບປຸງ, ບັນດາການຢ້ຽມຢາມ, ພົບປະທຸກຂັ້ນ, ໂດຍສະເພາະແມ່ນຢູ່ຂັ້ນສູງໄດ້ຮັບການຮັກສາເປັນປົກກະຕິລະຫວ່າງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ. ເລື່ອງຕ້ອນຮັບການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ ໃນຄັ້ງນີ້ແມ່ນໂອກາດເພື່ອຢັ້ງຢືນກັບປະຊາຄົມສາກົນກ່ຽວກັບປະເທດຫວຽດນາມ ທີ່ປອດໄພ, ມີປະສິດທິຜົນໃນການຮັບມືກັບພະຍາດໂຄວິດ-19, ພ້ອມທັງຍົກສູງຜົນງານການປ່ຽນແປງໃໝ່, ພັດທະນາເສດຖະກິດສັງຄົມ, ຍົກສູງຖານະບົດບາດສາກົນ, ຜັນຂະຫຍາຍແນວທາງພົວພັນຕ່າງປະເທດ, ຕັດສິນໃຈເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ.

ໂດຍ: ດັ້ງດັ້ງ