leftcenterrightdel
ໄຂກອງປະຊຸມສະໄໝສະມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XIV. ພາບ: nhandan.com.vn.

ກ່າວຄໍາເຫັນໄຂກອງປະຊຸມ, ສະພາແຫ່ງຊາດຊຸດທີ XIV, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ ກອງປະຊຸມສະໄໝສະມັນເທື່ອທີ 10 ໄດ້ດໍາເນີນໃນສະພາບການໂລກ, ພາຍໃນປະເທດມີການຜັນແປສັບສົນຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ພະຍາດໂຄວິດ-19 ແຜ່ລະບາດຢ່າງແຮງໃນທົ່ວໂລກ, ເສດຖະກິດໂລກຖືກຊຸດໂຊມ. ທົ່ວປະເທດໄດ້ປະຕິບັດບັນດາເປົ້າໝາຍ, ໜ້າທີ່, ມາດຕະການຢ່າງຄົບຊຸດ, ມີປະສິດທິຜົນເພື່ອຄວບຄຸມພະຍາດໂຄວິດ-19 ໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ການຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ. ລະດັບເຕີບໂຕເສດຖະກິດທັງປີຄາດຄະເນບັນລຸໄດ້ກວ່າ 2%, ແມ່ນລະດັບເຕີບໂຕຕັ້ງໜ້າເມື່ອທຽບໃສ່ຫຼາຍປະເທດຢູ່ພາກພື້ນ ແລະໃນໂລກ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ກ່າວຄໍາເຫັນໄຂກອງປະຊຸມ. ພາບ: nhandan.com.vn.

ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ: “ສະພາແຫ່ງຊາດຈະຮັບຮອງເອົາຮ່າງກົດໝາຍ 7 ສະບັບ, ຮ່າງມະຕິ 3 ສະບັບ ແລະປະກອບຄໍາເຫັນໃສ່ຮ່າງກົດໝາຍອື່ນ 4 ສະບັບແນໃສ່ຮັບປະກັນສິດທິມະນຸດ, ສິດພົນລະເມືອງ, ປົກປັກຮັກສາປະເທດຊາດ, ຮັກສາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມໄວ້ຢ່າງໝັ້ນຄົງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ-ສັງຄົມ ແລະການເຊື່ອມໂຍງເຂົ້າກັບສາກົນ. ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາມະຕິວ່າດ້ວຍການເຂົ້າຮ່ວມກໍາລັງຮັກສາສັນຕິພາບຂອງສະຫະປະຊາຊາດ-ນີ້ແມ່ນວຽກງານທີ່ມີຄວາມໝາຍສໍາຄັນ, ສະແດງໃຫ້ເຫັນຈິດໃຈມະນຸດສະທຳ, ຄວາມຕັດສິນໃຈດ້ານການເມືອງແບບຍືນຍົງ, ຍາວນານຂອງພັກ, ລັດກ່ຽວກັບພາລະກຳເຄື່ອນໄຫວຮັກສາສັນຕິພາບສາກົນ.

ທີ່ວາລະໄຂກອງປະຊຸມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ສະເໜີບົດລາຍງານໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມປີ 2020 ແລະໄລຍະ 5 ປີ 2016 - 2020; ຄາດຄະເນແຜນການພັດທະນາເສດຖະກິດ-ສັງຄົມປີ 2021, ເປົ້າໝາຍຕົ້ນຕໍ ແລະບາງໜ້າທີ່, ມາດຕະການພັດທະນາເສດຖະກິດ-ສັງຄົມ ໄລຍະ 2021-2025.

ໂດຍ: ເຈິ່ນຮວ່ຽນ