ທີ່ການຕ້ອນຮັບ, ທ່ານ ຫງວຽນຝູຈ້ອງ ຕີລາຄາສູງເລື່ອງທ່ານນາຍົກລັດຖະມົນຕີ Suga Yoshihide ເລືອກມາຢ້ຽມຢາມຫວຽດນາມ ເປັນປະເທດທໍາອິດພາຍຫຼັງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ, ສະແດງໃຫ້ເຫັນການຖືເປັນສໍາຄັນພິເສດສໍາລັບຫວຽດນາມ ແລະການພົວພັນສອງປະເທດ.

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕ້ອນຮັບທ່ານ Suga Yoshihide ນາຍົກລັດຖະມົນຕີ ຍີ່ປຸ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ຫວຽດນາມ ຈະສືບຕໍ່ຢຶດໝັ້ນຕໍ່ແນວທາງພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາບຮູບຫຼາຍແບບ ແລະຫຼາຍຝ່າຍ, ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືທີ່ນັບມື້ນັບເຂົ້າສູ່ລວງເລິກ, ໃນນັ້ນຍາມໃດກໍກໍານົດວ່າ ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສໍາຄັນແຖວໜ້າ ແລະຍາວນານດ້ວຍຄວາມໄວ້ເນື້ອເຊື່ອໃຈສູງ. ທ່ານ ຫງວຽນຝູຈ້ອງ ຕີລາຄາສູງຕໍ່ຫຼັກໝັ້ນຂອງຍີ່ປຸ່ນ ໃນບັນຫາທະເລຕາເວັນອອກ, ໃນນັ້ນມີເລື່ອງແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982. 

ສ່ວນທ່ານນາຍົກລັດຖະມົນຕີ Suga Yoshihide ຕີລາຄາສູງຕໍ່ການເຄື່ອນໄຫວທີ່ຕັ້ງໜ້າ, ມີປະສິດທິຜົນ ແລະຄວາມຮັບຜິດຊອບຂອງຫວຽດນາມ ໃນຖານະເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ປະທານອາຊຽນ 2020; ທ່ານ ຢັ້ງຢືນວ່າ ຍີ່ປຸ່ນ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ; ສະແດງການສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະອາຊຽນ ໃນບັນຫາທະເລຕາເວັນອອກ. ທ່ານ Suga Yoshihide ສະແດງຄວາມປະທັບໃຈຕໍ່ບັນດາຜົນງານ ເຊິ່ງຫວຽດນາມ ບັນລຸໄດ້ໃນພາລະກິດປ່ຽນແປງໃໝ່; ສະແດງຄວາມນິຍົມນັບຖືຕໍ່ເລື່ອງ ຫວຽດນາມ ສາມາດຄວບຄຸມພະຍາດໂຄວິດ-19 ໄດ້; ເນັ້ນໜັກວ່າ ຍີ່ປຸ່ນ ຖືເປັນສໍາຄັນຕໍ່ຖານະທີ່ຕັ້ງຂອງຫວຽດນາມ ໃນພາກພື້ນ, ຍາມໃດກໍສະໜັບສະໜູນການພັດທະນາຂອງຫວຽດນາມ.

ທ່ານ Suga Yoshihide ກໍແຈ້ງໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ຮັບຊາບກ່ຽວກັບຜົນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ຢັ້ງຢືນຄວາມປາດຖະໜາຢາກຮັກສາການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນດ້ວຍບັນດາຮູບການທີ່ແທດຈິງ, ມີປະສິດທິຜົນ, ຟື້ນຟູການໄປມາ ແລະບັນດາການເຄື່ອນໄຫວຮ່ວມມືໃນບັນດາຂົງເຂດລະຫວ່າງ ສອງປະເທດເທື່ອລະກ້າວ.

ໂດຍ: ໄຊຊະນະ