leftcenterrightdel
ກອງບັນຊາການທະຫານເຂດ 4 ຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມາຢ້ຽມຢາມ ແລະເຮັດວຽກ. ພາບ: ຮວາເລ.

ຕາງໜ້າກອງບັນຊາການທະຫານເຂດ 4, ທ່ານພົນຕີ ຫງວຽນຢວ້ານແອັງ, ຜູ້ບັນຊາການທະຫານເຂດ 4 ໄດ້ລາຍງານກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍຄະນະ ຮັບຊາບກ່ຽວກັບບາງຜົນງານໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດໃນປີ 2020; ໜ້າທີ່ປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ການຊອກຫາກູ້ໄພກູ້ຊີບໃນໄລຍະຜ່ານມາ ແລະພິເສດແມ່ນຢູ່ແຂວງເທື່ອທຽນ-ເຫວ້ ໃນຊຸມວັນມໍ່ໆມານີ້.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຮວາເລ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍ້ອງຍໍຊົມເຊີຍ, ຕີລາຄາສູງກໍາລັງປະກອບອາວຸດທະຫານເຂດ 4 ໃນຊຸມປີຜ່ານມາລ້ວນແຕ່ປະຕິບັດສໍາເລັດໜ້າທີ່ການທະຫານ, ການປ້ອງກັນຊາດ, ປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ; ຈັດຕັ້ງສໍາເລັດກອງປະຊຸມໃຫຍ່ອົງຄະນະພັກທະຫານເຂດ 4 ອາຍຸການ 2020-2025. ໃນໜ້າທີ່ປ້ອງກັນ, ຕ້ານໄພທໍາມະຊາດ, ກູ້ໄພກູ້ຊີບ, ກໍາລັງປະກອບອາວຸດ ທະຫານເຂດ 4 ບໍ່ຫວາດຫວັ່ນຕໍ່ການເສຍສະຫຼະ, ຄວາມທຸກຍາກລໍາບາກດ້ວຍຈິດໃຈ “ທຸກສິ່ງທຸກຢ່າງເພື່ອຄວາມສະຫງົບສຸກຂອງປະຊາຊົນ, ພ້ອມແລ້ວທີ່ຈະຊ່ວຍເຫຼືອປະຊາຊົນ, ຍອມເສຍສະຫຼະຊີວິດເພື່ອປະຊາຊົນ”.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຂອງຂວັນໜູນຊ່ວຍ 13 ຄອບຄົວທີ່ມີຍາດຕິພີ່ນ້ອງເສຍສະຫຼະຊີວິດ. ພາບ: ຮວາເລ. 

ທ່ານ ຫງວຽນຊວນຟຸກ ສະແດງຄວາມຕື້ນຕັນໃຈຕໍ່ເລື່ອງ 13 ສະຫາຍໃນຄະນະປະຕິບັດງານກູ້ໄພກູ້ຊີບໄດ້ເສຍສະຫຼະຊີວິດໃນຂະນະປະຕິບັດໜ້າທີ່, ຖືວ່ານີ້ແມ່ນການສູນເສຍທີ່ໃຫຍ່ຫຼວງຂອງພັກ, ລັດ, ກອງທັບ ແລະທະຫານເຂດ 4. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກົມກອງ, ທ້ອງຖິ່ນ, ພິເສດແມ່ນກະຊວງປ້ອງກັນປະເທດ, ກອງບັນຊາການທະຫານເຂດ 4 ຈັດຕັ້ງພິທີງານສົບບັນດາສະຫາຍທີ່ເສຍສະຫຼະຊີວິດໃນຂະນະປະຕິບັດໜ້າທີ່ກູ້ໄພກູ້ຊີບຢ່າງຮອບຄອບຖີ່ຖ້ວນ, ສົມກຽດ. ທ່ານ ຫງວຽນຊວນຟຸກ ເນັ້ນໜັກເຖິງວຽກທີ່ຕ້ອງເຮັດໃນທັນທີແມ່ນລະດົມກໍາລັງໃຈຄອບຄົວບັນດາພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດດ້ວຍຄວາມຮັກແພງອັນເລິກເຊິ່ງທີ່ສຸດ ແລະຮຽກຮ້ອງກະຊວງປ້ອງກັນປະເທດ, ບັນດາກົມກອງ, ທ້ອງຖິ່ນ ປະຕິບັດສໍາເລັດລະບຽບການຕ່າງໆຄື ປະດັບຍົດ, ຮັບຮອງເປັນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃຫ້ແກ່ບັນດາພະນັກງານ, ນັກຮົບ; ຈັດຕັ້ງພິທີງານສົບຢ່າງສົມກຽດເພື່ອສະແດງຄວາມຮູ້ບຸນຄຸນມາຍັງພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ເພື່ອປະຊາຊົນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນໍາການນໍາກະຊວງປ້ອງກັນປະເທດ, ກອງບັນຊາການທະຫານເຂດ 4 ຈັດຕັ້ງພິທີເຄົາລົບສົບ ແລະພິທີປົງສົບ 13 ພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດຢ່າງຮອບຄອບຖີ່ນຖ້ວນ ແລະສົມກຽດ. ພາບ: ຮວາເລ. 

ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ, ດ້ວຍມູນເຊື້ອວິລະຊົນພ້ອມກັບຄວາມມານະພະຍາຍາມ, ຄວາມຕັດສິນໃຈສູງ, ຜ່ານຜ່າຄວາມເຈັບປວດ, ຫັນຄວາມເຈັບປວດມາເປັນການກະທໍາ, ທະຫານເຂດ 4 ຈະປະຕິບັດສໍາເລັດໜ້າທີ່ກູ້ໄພກູ້ຊີບ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຂອງຂວັນໜູນຊ່ວຍທະຫານເຂດ 4 ແລະ 13 ຄອບຄົວທີ່ມີຍາດຕິພີ່ນ້ອງເສຍສະຫຼະຊີວິດ.

ໂດຍ: ໄຊຊະນະ