ທີ່ການພົບປະເຈລະຈາ, ສອງຝ່າຍຢັ້ງຢືນຖືເປັນສໍາຄັນສາຍພົວພັນສອງຝ່າຍ ແລະປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນ ເພື່ອແນໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສ.ເກົາຫຼີ ໃຫ້ມີເນື້ອແທ້ກວ່າອີກ, ພິເສດແມ່ນໃນສະພາບສອງປະເທດມຸ່ງໄປເຖິງສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ສ.ເກົາຫຼີ ໃນປີ 2022.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ແລະທ່ານນາງ Kang Kyung Wha ລັດຖະມົນຕີກະຊວງການຕ່າງປະເທດສ.ເກົາຫຼີ. ພາບ: baoquocte.vn.

ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານ ຟ້າມບິ່ງມິງ ສະເໜີລັດຖະບານສ.ເກົາຫຼີ ສ້າງເງື່ອນໄຂເພື່ອໃຫ້ບັນດາຜະລິດຕະພັນກະເສດ, ສິນໃນນ້ຳຂອງຫວຽດນາມ ໄດ້ສົ່ງອອກໄປຢັງ ສ.ເກົາຫຼີ, ໜູນຊ່ວຍຍົກສູງກໍາລັງຄວາມສາມາດແກ່ງແຍ້ງປະກອບສ່ວນບັນລຸເປົ້າໝາຍຍົກວົງເງິນການຄ້າສອງສົ້ນໃຫ້ຂຶ້ນເປັນ 100 ຕື້ໂດລາສະຫະລັດໂດຍໄວ.

ສ່ວນທ່ານນາງ Kang Kyung Wha ຕີລາຄາສູງການຕົກລົງຂອງຫວຽດນາມ ກ່ຽວກັບການເຊື່ອມຕໍ່ສາຍການບິນການຄ້າກັບສ.ເກົາຫຼີ ຄືນໃໝ່ ແລະປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກກວ່າອີກໃຫ້ແກ່ນັກທຸລະກິດສ.ເກົາຫຼີ ເຂົ້າເມືອງຫວຽດນາມ ບົນພື້ນຖານຮັບປະກັນປ້ອງກັນ, ຕ້ານພະຍາດໂຄວິດ-19 ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: baoquocte.vn.

ກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະຮ່ວມມືຢ່າງມີປະສິດທິຜົນໃນບັນດາກົນໄກຫຼາຍຝ່າຍ, ຄື: ສະຫະປະຊາຊາດ, ອາຊຽນ, APEC, ASEM, WTO...; ສະໜັບສະໜູນການຮັກສາສັນຕິພາບ, ຄວາມໝັ້ນຄົງສະຖຽນລະພາບ, ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ໂດຍ: ເຈິ່ນຮວ່ຽນ