ທີ່ການພົບປະເຈລະຈາ, ທ່ານ ບຸ່ຍແທັງເຊີນ ໄດ້ແບ່ງປັນກ່ຽວກັບສະພາບການເສດຖະກິດ-ສັງຄົມ, ບົດຮຽນຮັບມື ແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ກໍ່ຄືບັນດາມາດຕະການຟື້ນຟູເສດຖະກິດ, ຮັບປະກັນຊີວິດສັງຄົມໄລຍະຫຼັງໂຄວິດ-19. ສ່ວນທ່ານ Ruben Dario Molina ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຢູ່ເວເນຊູເອລາ ແລະບັນດາມາດຕະການຂອງລັດຖະບານເວເນຊູເອລາ ເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງ, ສືບຕໍ່ພັດທະນາເສດຖະກິດ-ສັງຄົມໃນສະພາບການມີສິ່ງທ້າທາຍຫຼາຍຢ່າງຄືປະຈຸບັນ, ພ້ອມທັງຢັ້ງຢືນວ່າ ເວເນຊູເອລາ ຕີລາຄາສູງບັນດາຜົນງານປະທັບໃຈດ້ານເສດຖະກິດ-ສັງຄົມຂອງຫວຽດນາມ ແລະປາດຖະໜາຢາກປຶກສາຫາລືບັນດາບົດຮຽນປະສົບຜົນສໍາເລັດຂອງຫວຽດນາມ ໃນວິວັດການປ່ຽນແປງໃໝ່, ພັດທະນາປະເທດຊາດ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ທີ່ການພົບປະເຈລະຈາຜ່ານລະບົບທາງໄກຢູ່ຮ່າໂນ້ຍ. ພາບ: dangcongsan.vn.

ຮອງລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັກສາທ່ວງທ່າພັດທະນາຂອງການພົວພັນຄູ່ຮ່ວມມືຮອບດ້ານ, ໃນນັ້ນມີການຊຸກຍູ້ຜັນຂະຫຍາຍກົນໄກຄະນະກຳມະການລະຫວ່າງລັດຖະບານ, ເພີ່ມທະວີການເຈລະຈາ ແລະເຊື່ອມຕໍ່ເພື່ອຊຸກຍູ້ການຄ້າ, ການຮ່ວມມືດ້ານປ້ອງກັນຊາດ, ກະສິກໍາ... ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະເວທີປາໄສຫຼາຍຝ່າຍ.

ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ສອງຝ່າຍກໍ່ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນດາບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍເຫັນດີເປັນເອກະພາບຕໍ່ທັດສະນະທີ່ວ່າການຂັດແຍ້ງກັນລະຫວ່າງບັນດາປະເທດຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

ໂດຍ: ເຈິ່ນຮວ່ຽນ