leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: vtv.vn.

“ຫວຽດນາມ ໄດ້ຊົມເຊີຍທ່ານ Suga Yoshihide ໄດ້ຮັບເລືອກຕັ້ງເປັນນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ. ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນຮ່ວມມືມິດຕະພາບກັບຍີ່ປຸ່ນ ແລະປາດຖະໜາຢາກຮ່ວມມືຢ່າງແໜ້ນແຟ້ນກັບທ່ານນາຍົກລັດຖະມົນຕີ ແລະລັດຖະບານຊຸດໃໝ່ຂອງຍີ່ປຸ່ນ ເພື່ອນໍາການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງຫວຽດນາມ-ຍີ່ປຸ່ນ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບຮອບດ້ານ, ມີເນື້ອແທ້, ມີປະສິດທິຜົນເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ”.

ໂດຍ: ທະນາພອນ