ທີ່ການໂອ້ລົມທາງໂທລະສັບ, ນາຍົກລັດຖະມົນຕີສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາທີ່ຕັ້ງໜ້າຂອງການພົວພັນລະຫວ່າງສອງປະເທດໃນ 45 ປີຜ່ານມາ ກໍ່ຄືໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ ໃນທົດສະວັດຜ່ານມາ, ນໍາການພົວພັນສອງປະເທດໃຫ້ນັບມື້ນັບສະໜິດຕິດພັນຢ່າງແໜ້ນແຟ້ນ, ເປັນຫຼາຍຮູບຫຼາຍແບບ ແລະເຂົ້າສູ່ລວງເລິກ.

ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ລັດຖະບານເຢຍລະມັນ ສົ່ງເສີມວິສາຫະກິດເຢຍລະມັນເປີດກວ້າງການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດຄື: ອຸດສາຫະກໍາປະດິດສ້າງເຄື່ອງຈັກ, ອຸດສາຫະກໍາສໍາຮອງ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ. ພາບ: mofahcm.gov.vn.

ທ່ານນາງ Angela Merkel ຢັ້ງຢືນວ່າ, ໃນໄລຍະຈະມາເຖິງ, ເຢຍລະມັນ ຈະເຂົ້າຮ່ວມຢ່າງຕັ້ງໜ້າກວ່າອີກຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ແລະປາດຖະໜາຢາກໃຫ້ຫວຽດນາມ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ຕິດພັນເຢຍລະມັນກັບພາກພື້ນ.

ກ່ຽວກັບບັນຫາທະເລຕາເວັນອອກ, ນາຍົກລັດຖະມົນຕີສອງທ່ານກໍ່ແລກປ່ຽນ, ເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ ແລະສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແລະພ້ອມກັນມານະພະຍາຍາມຮັບປະກັນໃຫ້ສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ພາກພື້ນ.

ໂດຍ: ທູຈາງ