ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ, ບັນດາລັດຖະມົນຕີ ຢັ້ງຢືນຄໍາໝັ້ນສັນຍາຢ່າງແຮງວ່າ, ໃນໄລຍະຕໍ່ໜ້າຈະເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງອາຊຽນ ແລະອີຢູ, ສືບຕໍ່ຊຸກຍູ້ການພົວພັນ “ຄູ່ຮ່ວມມືໃນການເຊື່ອມຈອດ”. ສອງຝ່າຍຊົມເຊີຍເລື່ອງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ຄັ້ງທີ 22 (ເດືອນມັງກອນ-2019, ຢູ່ ແບນຊິກ) ໄດ້ເຫັນດີເປັນເອກະພາບກ່ຽວກັບຫຼັກການຍົກລະດັບການພົວພັນອາຊຽນ - ອີຢູ ຂຶ້ນເປັນຄູ່ ຮ່ວມມືຍຸດທະສາດ ແລະເຫັນດີສົມທົບກັນຊຸກຍູ້ເພື່ອຫັນການຍົກລະດັບນີ້ເປັນທາງການໂດຍໄວ.

leftcenterrightdel
ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຢັ້ງຢືນວ່າໃນຖານະບົດບາດເປັນປະທານອາຊຽນ 2020, ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມທີ່ເຮັດໃຫ້ການພົວພັນ ອາຊຽນ - ອີຢູ ເລິກເຊິ່ງຂຶ້ນຕື່ມ. ພາບ: ຫາຍມິງ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ຢັ້ງຢືນວ່າໃນຖານະບົດບາດເປັນປະທານອາຊຽນ 2020, ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມທີ່ເຮັດໃຫ້ການພົວພັນອາຊຽນ - ອີຢູ ເລິກເຊິ່ງຂຶ້ນຕື່ມ, ມຸ່ງໄປເຖິງຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ...

ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ - ອິນເດຍ, ອິນເດຍ ຢັ້ງຢືນຖືເປັນສໍາຄັນການພົວພັນກັບອາຊຽນ, ເນັ້ນໜັກວ່າ ອາຊຽນ ຮັກສາບົດບາດໃຈກາງໃນນະໂຍບາຍການກະທໍາມຸ່ງໄປເຖິງທິດຕາເວັນອອກຂອງອິນເດຍ. ອາຊຽນ ຕີລາຄາສູງຄໍາໝັ້ນສັນຍາ ແລະການເຂົ້າຮ່ວມຢ່າງຕັ້ງໜ້າຂອງອິນເດຍ ໃນບັນດາກົນໄກ ໂດຍ ອາຊຽນ ຊັກນໍາ.

leftcenterrightdel
ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ເນັ້ນໜັກເຖິງຄວາມສໍາຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ສໍາລັບພາກພື້ນ. ພາບ: ຫາຍມິງ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ເນັ້ນໜັກເຖິງຄວາມສໍາຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ - ອິນເດຍ ສໍາລັບພາກພື້ນ, ຢັ້ງຢືນຄວາມສໍາຄັນຂອງເລື່ອງອິນເດຍ ເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)  ແລະເນັ້ນໜັກວ່າ ສັນຍາ RCEP ຍາມໃດກໍເປີດກວ້າງຮອງຮັບການເຂົ້າຮ່ວມຂອງອິນເດຍ...

ໂດຍ: ໄຊຊະນະ