leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກເວທີປາໄສພາກພື້ນອາຊຽນ (ARF) ຄັ້ງທີ 27 ໃນຕອນເຊົ້າວັນທີ 12 ກັນຍາ 2020. ພາບ: baoquocte.vn

ກອງປະຊຸມໄດ້ເຫັນດີເປັນເອກະສັນນຳກັນວ່າ ARF ຈະຜັນຂະຫຍາຍບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະປະຕິບັດການທູດສະກັດກັ້ນ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດບຸລິມະສິດກວ່າອີກ ຄືກູ້ຊ່ວຍໄພພິບັດ, ຕ້ານການກໍ່ການຮ້າຍ ແລະອາດຊະຍາກໍາຂ້າມຊາດ, ຄວາມໝັ້ນຄົງທາງທະເລ, ຕ້ານການເຜີຍແຜ່ ແລະຫຼຸດຜ່ອນອາວຸດນິວເຄຼຍ ແລະບັນດາອາວຸດລ້າງຜານປະເພດຕ່າງໆ... ໄປຄຽງຄູ່ກັບການດັດແປງແບບວິທີ ແລະຍົກສູງປະສິດທິຜົນການເຄື່ອນໄຫວຂອງເວທີປາໄສພ້ອມທັງເພີ່ມທະວີການສົມທົບກັນລະຫວ່າງ ARF ກັບບັນດາກົນໄກອື່ນຂອງອາຊຽນ, ຄື: EAS, ADMM+ ...

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: baoquocte.vn

ບັນດາລັດຖະມົນຕີ ຢັ້ງຢືນຄືນໃໝ່ເຖິງຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ. ຕໍ່ໜ້າການຜັນແປທີ່ສັບສົນ, ເຫດການທີ່ ຮ້າຍແຮງ ແລະບັນດາການກະທໍາລະເມີດກົດໝາຍສາກົນ ແລະ UNCLOS 1982, ບັນດາລັດຖະມົນຕີ ອີກເທື່ອໜຶ່ງເນັ້ນໜັກເຖິງຄວາມຮຽກຮ້ອງລະງັບໃຈ, ບໍ່ມີການກະທໍາທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ຫັນເປັນການທະຫານ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ UNCLOS 1982. ກອງປະຊຸມກໍສະໜັບສະໜູນການຜັນຂະຫຍາຍ DOC ຢ່າງມີປະສິດທິຜົນ ແລະຄົບຖ້ວນ, ອາຊຽນ - ຈີນ ສ້າງ COC ໃຫ້ສໍາເລັດ ໂດຍໄວ ແລະມີປະສິດທິຜົນ, ປະສິດທິພາບ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS 1982. ບັນດາລັດຖະມົນຕີກໍຢັ້ງຢືນຄືນໃໝ່ວ່າ UNCLOS 1982 ແມ່ນຂອບນິຕິກໍາທີ່ດັດປັບທຸກການເຄື່ອນໄຫວໃນເຂດທະເລ ແລະມະຫາສະໝຸດ.

ທີ່ກອງປະຊຸມ, ບັນດາປະເທດ ໄດ້ເຫັນດີຕໍ່ການສະເໜີຂອງຫວຽດນາມ ແມ່ນອອກຖະແຫຼງການ ARF ວ່າດ້ວຍການເພີ່ມທະວີການສະກັດກັ້ນ ແລະຮັບມືກັບການລະບາດພະຍາດຕິດແປດ. ບັນດາລັດຖະມົນຕີໄດ້ຮັບຮອງເອົາແຜນການກະທໍາ ຮ່າໂນ້ຍ II ໃຫ້ ARF, ຍົກອອກບັນດາບຸລິມະສິດ, ກໍານົດທິດຮ່ວມມືໃຫ້ແກ່ການເຄື່ອນໄຫວຂອງ ARF ໄລຍະ 2020-2025.

ໂດຍ: ໄຊຊະນະ