ທ່ານຮອງລັດຖະມົນຕີ ທອງພັນ ສະຫວັນເພັດ ໄດ້ອວຍພອນຫວຽດນາມ  ເຊິ່ງບໍ່ພຽງແຕ່ຈັດຕັ້ງສໍາເລັດທຸກເຫດການຕາມເປົ້າໝາຍທີ່ໄດ້ວາງອອກເທົ່ານັ້ນ, ຫາກຍັງປະຕິບັດສໍາເລັດການແລກປ່ຽນ, ປຶກສາຫາລືບັນດາເອກະສານຕາມແຜນການໃນສະພາບເຊື້ອພະຍາດໂຄວິດ-19 ກໍາລັງຜັນແປຢ່າງສັບສົນຢູ່ພາກພື້ນ ແລະໃນໂລກ ອີກດ້ວຍ. ນອກຈາກນີ້, ບັນດາບຸລິມະສິດ ເຊິ່ງຫວຽດນາມ ຍົກອອກມາລ້ວນແຕ່ມີຄວາມຄືບໜ້າເປັນຢ່າງດີ.

ກ່ຽວກັບກອງປະຊຸມ AMM 53  ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານຮອງລັດຖະມົນຕີ ທອງພັນ ສະຫວັນເພັດ ຕີລາຄາວ່າ ວຽກງານຈັດຕັ້ງໄດ້ຮັບການປະຕິບັດເປັນຢ່າງດີ. ເຖິງແມ່ນວ່າກອງປະຊຸມຄັ້ງນີ້ໄດ້ຈັດຕັ້ງແບບທາງໄກກໍຕາມ, ແຕ່ການແລກປ່ຽນ, ປະກອບຄໍາເຫັນຢ່າງກົງໄປກົງມາຍັງຄົງດໍາເນີນຄ້າຍຄືບັນດາກອງປະຊຸມໂດຍກົງ. ກ່ຽວກັບເນື້ອໃນ, ບັນດາກອງປະຊຸມ, ລວມທັງການປະຊຸມຂອງບັນດາລັດຖະມົນຕີກ່ຽວກັບບົດບາດຂອງແມ່ຍິງ; ບົດບາດຂອງພາກພື້ນ...  ລ້ວນແຕ່ໄດ້ຮັບການຈັດຕັ້ງຄືບັນດາກອງປະຊຸມໂດຍກົງ.

leftcenterrightdel
ທ່ານ ທອງພັນ ສະຫວັນເພັດ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ລາວ, ຫົວໜ້າ SOM ASEAN ຂອງ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ນອກຈາກນີ້, AMM 53 ກໍພິຈາລະນາ, ຕີລາຄາການຈັດຕັ້ງຜັນຂະຫຍາຍບັນດາວຽກງານຂອງອາຊຽນ ຄືຕີລາຄາຜົນການປະຕິບັດບັນດາແຜນການຜັນຂະຫຍາຍ 3 ເສົາຄໍ້າຂອງອາຊຽນ, ວິໄສທັດອາຊຽນ; ຕີລາຄາການປະຕິບັດແຜນການສັງ ລວມກ່ຽວກັບການເຊື່ອມຕໍ່ອາຊຽນ...

ຕາມທ່ານ ທອງພັນ ສະຫວັນເພັດ ແລ້ວ, ທີ່ບັນດາກອງປະຊຸມຄັ້ງນີ້, ອາຊຽນ ສືບຕໍ່ສວມບົດບາດໃຈກາງໃນການພົວພັນຮ່ວມມືກັບບັນດາປະເທດພາຍນອກ, ຈັດລາຍການ, ຍົກອອກບັນດາບຸລິມະສິດໃນການແລກປ່ຽນປຶກສາຫາລື ແລະການຮ່ວມມືກັບບັນດາປະເທດນອກພາກພື້ນ. ການຮ່ວມມືກັບບັນດາຄູ່ຮ່ວມມືພັດທະນາ ແລະຄູ່ຮ່ວມມືເຈລະຈາຂອງອາຊຽນ ໃນການປະຕິບັດແຜນການ 5 ປີຜ່ານມາ ໄດ້ມີຄວາມຄືບໜ້າເປັນຢ່າງດີ. ບັນດາຝ່າຍກໍປຶກສາຫາລືກ່ຽວກັບແຜນການຮ່ວມມືໄລຍະ 2021-2025 ແລະໄດ້ຮັບຮອງເອົາບັນດາແຜນການຮ່ວມມືໄລຍະ 5 ປີນີ້ກັບບັນດາຄູ່ຮ່ວມມືອື່ນຄື: ອາເມລິກາ, ສ.ເກົາຫຼີ, ນິວຊີແລນ, ອິນເດຍ ແລະຫຼາຍປະເທດອື່ນ. ນີ້ແມ່ນບັນດາເອກະສານພື້ນຖານໃຫ້ແກ່ການຮ່ວມມືຂອງອາຊຽນກັບບັນດາປະເທດ ໃນ 5 ປີຕໍ່ໜ້າ...

ຕາມທ່ານຫົວໜ້າ SOM ASEAN ຂອງ ລາວ ແລ້ວ, ພະຍາດໂຄວິດ-19 ໄດ້ເຮັດໃຫ້ການເຈລະຈາ COC ປີ 2020 ຖືກຢຸດສະງັກ. ອາທິດຜ່ານມາ, ຫົວໜ້າບັນດາໜ່ວຍວິຊາການຮັບຜິດຊອບການເຈລະຈາ COC ໄດ້ພົບປະ ແລະແລກປ່ຽນນໍາກັນ, ອາດຖືວ່ານີ້ແມ່ນຄວາມຄືບໜ້າທໍາອິດເພາະວ່າທັງອາຊຽນ ແລະຈີນ ລ້ວນແຕ່ໄດ້ເຫັນດີເປັນເອກະພາບກັນວ່າໃນໄລຍະຈະມາເຖິງຈະພິຈາລະນາຈັດຕັ້ງການເຈລະຈາ COC ແບບທາງໄກ ຖ້າພະຍາດໂຄວິດ-19 ຍັງແກ່ຍາວ.  ທັງອາຊຽນ ແລະຈີນ ລ້ວນແຕ່ໃຫ້ຄໍາໝັ້ນສັນຍາຈະພະຍາຍາມສ້າງ COC ໃຫ້ສໍາເລັດໂດຍໄວ, ມີປະສິດທິພາບ ແລະປະສິດທິຜົນ.

ໂດຍ: ໄຊຊະນະ