ເຂົ້າຮ່ວມກອງປະຊຸມດັ່ງກ່າວມີລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ, ບັນດາຄູ່ຮ່ວມມືຂອງ EAS ລວມມີ: ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ, ລັດເຊຍ, ອາເມລິກາ ແລະເລຂາທິການໃຫຍ່ອາຊຽນ.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ເປັນປະທານກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 10. ພາບ: asean2020.vn.

ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ບັນດາປະເທດລ້ວນແຕ່ເນັ້ນໜັກເຖິງຄວາມສໍາຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດລວມຂອງທຸກປະເທດ. ຕາມນັ້ນແລ້ວ, ບັນດາປະເທດສະແດງຄວາມວິຕົກກັງວົນຕໍ່ການຜັນແປໃນພູມີປະເທດຕົວຈິງຫວ່າງແລ້ວນີ້, ທີ່ສົ່ງຜົນສະທ້ອນຫຍໍ້ທໍ້ເຖິງສັນຕິພາບ, ຄວາມໝັ້ນຄົງ ແລະຄວາມເຄົາລົບກົດໝາຍໃນພາກພື້ນ, ເປັນຕົ້ນແມ່ນໃນຂະນະທີ່ທົ່ວພາກພື້ນພວມສຸມແຫຼ່ງກໍາລັງເພື່ອຮັບມືກັບພະຍາດໂຄວິດ-19, ພ້ອມທັງເນັ້ນໜັກວ່າຄວນຊຸກຍູ້ການເຈລະຈາ ແລະເພີ່ມທະວີການສ້າງ ຄວາມໄວ້ເນື້ອເຊື່ອໃຈ, ລະງັບໃຈ, ບໍ່ມີການເຄື່ອນໄຫວເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ຫັນເປັນການທະຫານ, ບໍ່ນໍາໃຊ້ ຫຼື ນາບຂູ່ນໍາໃຊ້ກໍາລັງອາວຸດ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ, ໃນນັ້ນມີ UNCLOS 1982. ບັນດາປະເທດຮຽກຮ້ອງໃຫ້ອາຊຽນ ແລະຈີນ ປະຕິບັດ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ ແລະມານະພະຍາຍາມສ້າງສໍາເລັດ COC ໂດຍໄວ ແລະມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ ແລະໄດ້ຮັບການຮັບຮອງຈາກປະຊາຄົມສາກົນ.

ຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການອອກຖະແຫຼງການຮ່າໂນ້ຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງ EAS ເພື່ອແນໃສ່ເພີ່ມທະວີບົດບາດ ແລະຄຸນຄ່າຍຸດທະສາດຂອງ EAS ໃນໄລຍະພັດທະນາໃໝ່ໄດ້ຮັບການສະໜັບສະໜູນຈາກປະເທດຕ່າງໆ.

ໂດຍ: ທູຈາງ