ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ Michael Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ ຢັ້ງຢືນວ່າ ເລື່ອງອາຊຽນ  ກໍ່ສ້າງປະຊາຄົມສໍາເລັດຜົນ ແລະສວມບົດບາດໃຈກາງຂອງພາກພື້ນແມ່ນສອດຄ່ອງກັບຜົນປະໂຫຍດຂອງອາເມລິກາ.  ທ່ານ Michael Pompeo ກໍ່ຕີລາຄາສູງເອກະສານທັດສະນະຂອງອາຊຽນກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP) ແລະຢັ້ງຢືນຄືນໃໝ່ເຖິງຄໍາໝັ້ນສັນຍາຂອງອາເມລິກາ ໃນການກໍ່ສ້າງ ແລະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອາເມລິກາ ເພື່ອສັນຕິພາບ, ວັດທະນາຖາວອນຢູ່ພາກພື້ນບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕຂອງກັນ ແລະຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.

ກ່ຽວກັບບັນຫາຢູ່ທະເລຕາເວັນອອກ, ອາເມລິກາ ຢັ້ງຢືນຄືນໃໝ່ຫຼັກໝັ້ນ ແລະສົ່ງເສີມບັນດາປະເທດອາຊຽນສາມັກຄີ, ເປັນເອກະພາບຮັກສາທັດສະນະລວມກ່ຽວກັບສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ແກ້ໄຂຄວາມຂັດແຍ້ງກັນບົນພື້ນຖານເຄົາລົບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982 ແລະຄຸນຄ່າອື່ນໆທີ່ໄດ້ຍົກອອກໃນ AOIP.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ເນັ້ນໜັກເຖິງຫຼັກໝັ້ນ ແລະຫຼັກການຂອງອາຊຽນ, ສະເໜີຝ່າຍຕ່າງໆເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລວມ ແລະຄວາມເຊື່ອໝັ້ນ, ເຊີດຊູ ແລະເຄົາລົບກົດໝາຍ, ລະງັບໃຈ, ບໍ່ມີການເຄື່ອນໄຫວເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ຫັນເປັນການທະຫານ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ສືບຕໍ່ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະມີປະສິດທິຜົນ ແລະສ້າງ​ກົດແຫ່ງ​ການປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ ແລະມີປະສິດທິພາບ, ປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນ UNCLOS 1982, ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ທະເລຕາເວັນອອກ ແລະຢູ່ພາກພື້ນ.

ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາແຜນການດຳເນີນງານເພື່ອແນໃສ່ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອາເມລິກາ (2021-2025) ດ້ວຍບັນດາການກະທຳລະອຽດເພື່ອນໍາການຮ່ວມມືເຂົ້າສູ່ເນື້ອແທ້ ແລະຖືກຕ້ອງຕາມຄວາມຄືບໜ້າ.

ໂດຍ: ທູຈາງ