ຕາມລາຍການ, ໃນວັນທີ 9 ກັນຍາ ຈະດໍາເນີນບັນດາກອງປະຊຸມຂອງກໍາມາທິການການເມືອງ, ກໍາມາທິການເສດຖະກິດ, ກໍາມາທິການສັງຄົມ ແລະກຳມາທິການຈັດຕັ້ງ. ຕາມນັ້ນແລ້ວ, ກໍາມາທິການເສດຖະກິດ ຄາດຄະເນວ່າຈະພິຈາລະນາ, ຮັບຮອງເອົາມະຕິວ່າດ້ວຍບົດບາດຂອງລັດຖະສະພາໃນການຊຸກຍູ້ຄວາມສະໜິດຕິດພັນ ແລະການຟື້ນຟູເສດຖະກິດອາຊຽນພາຍຫຼັງ ພະຍາດໂຄວິດ-19. ກໍາມາທິການສັງຄົມ ຄາດຄະເນວ່າຈະພິຈາລະນາ, ຮັບຮອງເອົາມະຕິວ່າດ້ວຍການເພີ່ມທະວີບົດບາດຂອງ AIPA ໃນການສ້າງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ເປັນເຈົ້າການຮັບມືກັບພະຍາດໂຄວິດ-19.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ - ປະທານ AIPA-41 ກ່າວຄໍາເຫັນໄຂກອງປະຊຸມ ໃນວັນທີ 8 ກັນຍາ. ພາບ: ສໍານັກຂ່າວສານຫວຽດນາມ.

ຈຸດໃໝ່ຂອງກອງປະຊຸມສະມັດຊາໃຫຍ່ AIPA 41 ເຊິ່ງຫວຽດນາມ ເປັນເຈົ້າການຊຸກຍູ້ແມ່ນແຕ່ລະກໍາມາທິການຂອງ AIPA ຈະປະກາດໃຊ້ມະຕິລວມສະບັບໜຶ່ງ, ແຕ່ຕ້ອງສ່ອງແສງເຖິງການສະເໜີຂອງບັນດາປະເທດ. ສິ່ງດັ່ງກ່າວຮັບປະກັນຫຼີກເວັ້ນການປຶກສາຫາລືທີ່ແກ່ຍາວ ແລະສອດຄ່ອງກັບເວລາຈັດກອງປະຊຸມທາງໄກ. ຫວຽດນາມ ໄດ້ສະເໜີ ແລະໄດ້ຮັບການສະໜັບສະໜູນຈາກບັນດາປະເທດສໍາລັບຫົວຂໍ້ຂອງກອງປະຊຸມສະມາຊິກລັດຖະສະພາເພດຍິງ, ກໍາມາທິການການເມືອງ, ກໍາມາທິການເສດຖະກິດ ແລະກໍາມາທິການສັງຄົມ. ບັນດາເນື້ອໃນຂອງມະຕິລວມໃນປີນີ້ລ້ວນແຕ່ຕິດພັນກັບສະພາບການໂລກລະບາດ ແລະຜົນກະທົບຂອງພະຍາດໂຄວິດ-19 ທີ່ມີຕໍ່ຂົງເຂດຕ່າງໆ.

ໂດຍ: ເຈິ່ນຮວ່ຽນ